ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຮ່ວມມືກັນໃນການລະດົມທຶນຈາກບໍລິສັດການຢາ ຈີເອັດເຄ ແລະ ພາກສ່ວນອື່ນໆໂດຍຜ່ານ ອົງການ ແຄຣ໌ ແຫ່ງປະເທດອັງກິດ ໄດ້ທັງໝົດ 59.190 ໂດລາສະຫະລັດ ເພື່ອສະໜັບສະໜູນວຽກງານເຝົ້າລະວັງ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ- 19 ຢູ່ລາວ.
ທຶນດັ່ງກ່າວຈະນຳໃຊ້ເພື່ອຊື້ອຸປະກອນການແພດ ແລະ ອຸປະກອນປ້ອງກັນຂັ້ນພື້ນຖານ ( ເຫລົ້າຂ້າເຊື້ອ 75% , ຜ້າອັດປາກແພດ , ຖົງມື , ເຄື່ອງວັດແທກອຸນຫະພູມ ແບບອັດໂຕໂນມັດ, ສະບູ, ເຈວລ້າງມື ) ໃຫ້ແກ່ບັນດາສຸກສາລາ ແລະ ພະນັກງານສາທາລະນະສຸກ ຈຳນວນ 10 ແຫ່ງ ຢູ່ 5 ເມືອງ ຄື: ເມືອງ ໄຊເສດຖາ, ໄຊທານີ, ສີໂຄດຕະບອງ, ສີສັດຕະນາກ ແລະ ຈັນທະບູລີ.
ນອກນັ້ນຍັງຈະນໍາໃຊ້ເຂົ້າໃນການເສີມສ້າງຂີດຄວາມສາມາດໃຫ້ພະນັກງານສາທາລະນະສຸກຂັ້ນຮາກຖານຢູ່ສຸກສາລາກ່ຽວກັບການຕ້ານພະຍາດ ໂຄວິດ-19 ແລະ ສຸຂະພາບ ອື່ນໆ ໂດຍຜ່ານການຝຶກອົບຮົມ , ຈັດຊື້ ຊຸດສຸຂະອະນາໄມແບບພື້ນຖານ (ຜ້າອັດປາກ, ຜ້າອະນາໄມ, ສະບູ, ແຟບ, ແລະ ເຈວລ້າງມື ໃຫ້ແກ່ກຳມະກອນຢູ່ ໂຮງງານຕັດຍິບ 4 ແຫ່ງ ຈຳນວນ 965 ຊຸດ ແລະ ໃຫ້ຄວາມຮູ້ໃນການປ້ອງກັນ ໃຫ້ກຳມະກອນ ແລະ ພະນັກງານແພດ ປະຈຳຢູ່ ໂຮງງານ ຕັດຫຍິບ.
ຂ່າວ-ພາບ: ວຽງດາວັນ

