ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຊີ້ນຳ ອົງຄະນະພັກແຂວງ ອັດຕະປື ຊຸດໃໝ່ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ອັດຕະປື ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍໄດ້ເນັ້ນໃຫ້ຄະນະບໍລິຫານພັກແຂວງຊຸດໃໝ່ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງໃຫ້ລະອຽດ, ຈະແຈ້ງ ພ້ອມທັງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ. ເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ເພື່ອສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ການນຳພາຂອງຄະນະພັກ ແລະ ອື່ນໆ.
ສະເພາະວຽກງານຂອງອົງຄະນະພັກແຂວງ ອັດຕະປືຊຸດໃໝ່ໃນໄລຍະ 5 ປີ ຂ້າງໝ້ານີ້ (2021-2025) ຈະສຸມໃສ່ ສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ປັບປຸງແບບແຜນນໍາພາ-ວິທີເຮັດວຽກຂອງຄະນະພັກ ແລະ ສ້າງຮາກຖານພັກ-ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຮອດປີ 2025 ໃຫ້ບັນລຸ 75% ຂຶ້ນໄປ, ຮັບປະກັນໃຫ້ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ໜັກແໜ້ນ, ລວມຍອດຜະລິດຕະພັນພາຍໃນ( GDP )ເພີ່ມຂຶ້ນ 8% ຂຶ້ນໄປ, ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 2.893 ໂດລາສະຫະລັດ, ສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ສູງຂຶ້ນເທື່ອລະກ້າວ ບົນຈິດໃຈທີ່ວ່າ “ສ້າງລາຍຮັບຫຍັບມໍ່ກັບລາຍຈ່າຍເທື່ອລະກ້າວ”, ແກ້ໄຂຄອບຄົວທຸກຍາກຈໍານວນ 17.284 ຄອບຄົວ( 56,5% ຂອງຈໍານວນຄອບຄົວທັງໝົດ )ໃຫ້ຫຼຸດລົງຫຼາຍທີ່ສຸດ, ສ້າງຊັບພະຍາກອນມະນຸດໃຫ້ມີຄວາມພ້ອມ ເພື່ອຕອບສະໜອງວຽກງານໃນໄລຍະໃໝ່ ແລະ ສູ້ຊົນບັນລຸທຸກ ຕົວຊີ້ວັດຕາມຄາດໝາຍການພັດ ທະ ນາແບບຍືນຍົງ( SDGs ), ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ຕາມທິດຫັນລົງຕາມຂະແໜງການ ສ້າງໃຫ້ບ້ານເປັນຫົວໜ່ວຍພັດທະນາທີ່ໜັກແໜ້ນ, ມີລະບົບການຈັດຕັ້ງທີ່ເຂັ້ມແຂງ; ສ້າງບ້ານໃຫຍ່ ແລະ ຊຸມຊົນໃຫ້ມີສີສັນຂອງຕົວເມືອງໃຫ້ໄດ້ 2-3 ແຫ່ງ, ເພີ່ມທະວີການຟື້ນຟູຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊໃຫ້ສໍາເລັດ, ສ້າງໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສ້າງບ້ານຕົວແບບປະຊາຊົນຢູ່ດີກິນດີໃຫ້ໄດ້ 4 ຈຸດ ຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ, ເພີ່ມທະວີວຽກງານການຮ່ວມມືກັບຕ່າງປະເທດໃຫ້ມີຄວາມໜັກແໜ້ນ, ນໍາໃຊ້ທຶນຮອນຈາກການຊ່ວຍເຫຼືອໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນບັນດາແຂວງ ຂອງປະເທດເພື່ອນມິດຍຸດທະສາດ.
ຂ່າວ-ພາບ:: ມາລາທິບ

