ປກສ ແຂວງຈໍາປາສັກໄລ່ສະກັດຈັບລົດເປົ້າໝາຍຢາເສບຕິດລາຍໃຫ່ຍ ຫຼັງຈາກໜີດ່ານກວດ

ປກສ ແຂວງຈໍາປາສັກໄລ່ສະກັດຈັບລົດເປົ້າໝາຍຢາເສບຕິດລາຍໃຫ່ຍ ຫຼັງຈາກໜີດ່ານກວດ

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ໄດ້ໄລ່ສະກັດກັກລົດຟໍຈຸນເນີ ໝາຍເລກທະບຽນ ວຜ 8999 ວຽງຈັນ ເມື່ອບໍ່ດົນມານີ້ ຫຼັງໜີດ່ານກວດຢູ່ເຂດບ້ານນາຝັ່ງ ເມືອງໂຂງ ແລະ ສາມາດໄລ່ທັນ ແລະ ສະກັດຈັບໄດ້ ຢູ່ເຂດບ້ານຫາດຊາຍຄູນ ເມືອງໂຂງ ແຂວງຈໍາປາສັກ, ຊຶ່ງເປັນລົດເປົ້າໝາຍຄ້າຢາເສບຕິດ ລາຍໃຫ່ຍ ແລະ ສາມາດຈັບ ຜູ້ຖືກຫາກ່ຽວກັບຢາເສບຕິດໄດ້ 3 ຄົນ ພ້ອມຢຶດຢາໄອສ໌ 60 ກິໂລ ແລະ ຢາບ້າ 48.000 ເມັດ.
ຜູ້ຖືກຫາທັງ 3 ຄົນ ຊື່ ທ້າວ ສີວອນ ອາຍຸ 36 ປີ ຢູ່ ບ້ານນາຫ້ວຍ ເມືອງຊໍາເໝືອ ແຂວງຫົວພັນ ໄດ້ມາພັກເຊົາຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ພົບເຄື່ອງຕິດຕົວປະກອບມີເງິນ 700.000 ກີບ, 36.000 ບາດ. ທ້າວ ກອງມະນີ ອາຍຸ 36 ປີ  ຢູ່ບ້ານນໍ້າປຸນ ເມືອງແກ້ວອຸດົມ ແຂວງວຽງຈັນ ເປັນເຈົ້າຂອງລົດຟໍຈຸນເນີ, ພົບຂອງຕິດ ຕົວລູກປືນເສິກ 6 ລູກ, ໂທລະສັບ 3 ໜ່ວຍ, ວັດຖຸຄ້າຍຄືຄໍາສາຍແຂນ 1 ເສັ້ນ, ແຫວນ 1 ວົງ, ພຣະ 5 ອົງ, ປັກແຂນ 1 ເສັ້ນ, ສາຍຄໍສີດໍາພ້ອມພຣະ 1 ເສັ້ນ. ທ້າໂພໄຊ ອາຍຸ 36 ປີ ຢູ່ບ້ານຫ້ວຍເພັກ ເມືອງໂພນທອງ  ແຂວງຈໍາປາສັກ ພົບຂອງຕິດຕົວ ມີສາຍແຂນ 1 ອັນ, ແຫວນຄ້າຍຄືຄໍາ 1 ວົງ ແລະ ເງິນ 7.000 ບາດ.
ປັດຈຸບັນນີ້ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກເລັ່ງອບສວນ-ສືນສວນ ຫາທີ່ໄປທີ່ມາ ຂອງ ຢາເສບຕິດດັ່ງກ່າວ ແລະ ຊອກຫາຜູ້ຮ່ວມຂະບວນການ.

ຂ່າວ: ວຽງຈັນທາຍ

ຂໍ້ມູນ-ພາບ: ປກສ

Related Articles

Leave a Reply