ຊາວພຸດ ຮ່ວມໃສ່ບາດໂອກາດປີໃໝ່ລາວ ທີ່ວັດອົງຕື້

ຊາວພຸດ ຮ່ວມໃສ່ບາດໂອກາດປີໃໝ່ລາວ ທີ່ວັດອົງຕື້

ມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 ຫຼື ມື້ວັນທີ 16 ເມສາ ນີ້ ກົງກັບແຮມ 14 ຄໍ່າ ເດືອນ 5 ລາວ ມື້ສັງຂານຂຶ້ນ ເປັນ ມວນຊົນຊາວພຸດ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຮ່ວມໃສ່ບາດຢາດນ້ຳຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ ທີ່ວັດອົງຕື້ ມະຫາວິຫານ ຢ່າງຄຶກຄື້ນ ຮັກສາໄດ້ຮີດຄອງປະເພນີອັນດີງາມ ແລະ ມີຄວາມໝາຍສຳຄັນທາງຈິດໃຈ.

ການໃສ່ບາດ ແມ່ນໜຶ່ງໃນກິດຈະກໍາການສະເຫຼີມສະຫຼອງບຸນປີໃໝ່ຂອງຊາວລາວ. ການໃສ່ບາດໃນໂອກາດບຸນປີໃໝ່ລາວນີ້, ມີຄວາມເຊື່ອວ່າ ເປັນການຮັບໂຊກລາບ ແລະ ຮັບເອົາສິ່ງທີ່ດີມາສູ່ຕົນເອງ ແລະ ບ້ານເມືອງ, ທັງເປັນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ຕິດພັນກັບການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ນອກຈາກການໃສ່ບາດຢູ່ວັດອົງຕື້ແລ້ວ ຢູ່ຕາມວັດວາອາຮາມຕ່າງໆ ກໍຍັງໄດ້ມີກິດຈະກໍາໃສ່ບາດດັ່ງກ່າວນີ້ເຊັ່ນກັນ ແລະ ຍັງບູຊາ ຕາມຈຸດຕ່າງໆ ສໍາລັບມື້ສັງຂານຂຶ້ນນີ້, ປະຊາຊົນຊາວພຸດ ຫຼາຍຄອບຄົວ ຕ່າງກໍພາກັນຫ້າງຫາກະກຽມ ຕັ້ງແຕ່ເຊົ້າ ເພື່ອບູຊາຄອບໄຂວ່ ປັດເປົ່າ ແລະ ຮັບເອົາແຕ່ສິ່ງດີໆ ເຂົ້າເຮືອນຕົນເອງ ເປັນການຮັບໂຊກຮັບລາບ ແລະ ບາງຄອບຄົວ ກໍໄດ້ມີພາບາສີສູ່ຂວັນ ຊຶ່ງກັນ ແລະ ກັນ ເພື່ອເປັນສິລິມຸງຄຸນ ທັງເປັນການມາ ພົບໜ້າພໍ້ຕາກັນລະຫວ່າງອ້າຍເອື້ອຍນ້ອງເພື່ອນມິດສະຫາຍ.

ຂ່າວ: ວັນເພັງ

Related Articles

Leave a Reply