ການຕົບພະທາດເຈດີຊາຍ ໃນບຸນປີໃໝ່ລາວໃນມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ຫຼື ບຸນກຸດສົງການໂດຍແມ່ນການສືບສານປະເພນີທີ່ສືບທອດມາແຕ່ຍາວນານ ຫຼື ແຕ່ປູ່ຢ່າຕາຍາຍໃນສະໃໝບູຮານ.
ການຕົບພະທາດເຈດີຊາຍຈະຈັດຂຶ້ນວັນທີ 16 ເມສາ 2026 ຂອງທຸກໆປີ ກົງກັບມື້ແຮມ 14 ຄໍ່າ ເດືອນ 5 ລາວ ພ.ສ 2569 ມື້ສັງຂານຂຶ້ນ ຊຶ່ງໜຶ່ງກິດຈະກໍາ ປະເພນີທີ່ຂາດບໍ່ໄດ້ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ທັງເປັນການອະນຸລັກສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ.
ພະອາຈານ ສິງໄຊ ອະຣິຍະໂພທິ ກໍາມະການບໍລິຫານງານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ) ເຈົ້າອະທິການວັດໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ເມສານີ້ວ່າ: ການຕົບພະທາດຊາຍແມ່ນການນຳເອົາກອງຊາຍ ທີ່ຖືກປັບແຕ່ງໃຫ້ເປັນຮູບຊົງເຈດີລັກສະນະຕ່າງໆ ໂດຍມີການປະດັບປະດາດ້ວຍທຸງຊໍ່, ທຸງໄຊ, ທຸງຮູບ 12 ລາສີ ແລະ ດອກໄມ້ທູບທຽນຢ່າງງົດງາມເອີ້ນວ່າ: ພະທາດຊາຍ ຫຼື ເຈດີຊາຍ. ທາດຊາຍນິຍົມເຮັດຂຶ້ນສະເພາະໃນປີໃໝ່ລາວ ແຕ່ບູຮານນະການແມ່ນເພີ່ນເຮັດຢູ່ແຄມນໍ້າ ແຕ່ໃນໄລຍະຫຼັງໆມານີ້ ເຫັນວ່າບາງວັດທີ່ບໍ່ໄດ້ຢູ່ໃກ້ກັບແມ່ນໍ້າກໍມີການຂົນຊາຍເຂົ້າມາກໍຢູ່ທີ່ເດີ່ນວັດ. ຈຸດປະສົງ ແລະ ຄວາມເຊື່ອກ່ຽວກັບການໃຫ້ຊາຍເປັນທານມີຄວາມໝາຍຄື: ເປັນການນໍາໃຊ້ຊາຍດັ່ງກ່າວເຂົ້າໃນການກໍ່ສ້າງວັດວາອາຮາມໃຫ້ເກີດປະໂຫຍດ ເພາະຄົນບູຮານພິຈາລະນາເຫັນວ່າການທຽວເຂົ້າ-ອອກວັດເປັນປະຈໍາອາດມີເມັດດິນ ແລະ ຊາຍຕິດຕີນ ແລະ ເກີບອອກມານໍາບໍ່ຫຼາຍກໍໜ້ອຍລັກສະນະດັ່ງກ່າວນັ້ນຖືວ່າເປັນກໍາ. ສະນັ້ນ, ເພື່ອບໍ່ໃຫ້ຕົນມີບາບກໍາຈຶ່ງພ້ອມພາກັນຂົນຊາຍເຂົ້າວັດ ເພື່ອທົດແທນເມັດຊາຍທີ່ຂາດຫາຍໄປຈາກການທຽວເຂົ້າທຽວອອກວັດ. ການທານເຈດີຊາຍ ເປັນການຊັກອະນິດຈາອຸທິດສ່ວນບຸນໄປຫາຍາດພີ່ນ້ອງທີ່ລົ້ມຫາຍຕາຍຈາກໄປໃຫ້ໄດ້ຮັບສ່ວນບຸນກຸສົນແລ້ວເອົາຕົນເມືອເກີດທີ່ດີເຖິງສຸກ. ໃນນັ້ນ, ການຕົບພະທາດຊາຍ ຫຼື ເຈດີຊາຍ ເພື່ອຖວາຍບູຊາພະລັດຕະນະໄຕອັນເປັນຮົ່ມໂພຮົ່ມໄຊແກ່ພຸດທະສາສະນິກະຊົນຈະໄດ້ຮັບອານິສົງຄືເມື່ອສິ້ນຊີວິດໄປຈະເຮັດໃຫ້ຕົນໄດ້ໄປເກີດທີ່ດີເຖິງສຸກ ຕາມອານິສົງຂອງການຖວາຍເຈດີຊາຍທີ່ພະພຸດທະເຈົ້າເທດສະໜາໄວ້ວ່າ: “ນໍລະຍິງ-ຊາຍເຫຼົ່າໃດມີສັດທາເຫຼື້ອມໃສໄດ້ອຸດສາຫະມາກໍ່ສ້າງວະລຸກາເຈດີທາດຊາຍໃຫຍ່ກໍດີ, ນ້ອຍກໍດີ, ສູງກໍດີ, ຕໍ່າກໍດີ ມີຈໍານວນມາກມາຍເຖິງແປດໝື່ນສີ່ພັນອົງກໍດີ ຫຼື ວ່າໜ້ອຍກວ່ານີ້ພຽງແຕ່ອົງດຽວກໍດີດ້ວຍສັດທາອັນແຮງກ້າມີຄວາມປິຕິໂສມະນັດນໍລະຊົນຍິງ-ຊາຍເຫຼົ່ານັ້ນຈະບໍ່ໄດ້ໄປສູ່ອະບາຍຍະພູມຕະຫຼອດຮ້ອຍຊາດ, ຖ້າເກີດຢູ່ໃນມະນຸດໂລກກໍຈະມັ່ງຄັ່ງສົມບູນໄປດ້ວຍຍົດສິງຄານບໍລິ ວານເປັນອັນມາກ ຄັນຈຸຕິຕາຍຈາກໂລກມະນຸດນີ້ແລ້ວກໍຈະໄດ້ໄປອຸບັດເກີດບົນສະຫວັນເທວະໂລກສະເຫວີຍສົມບັດທິບໃນວິມານຜາສາດອັນເອີບອິ່ມໄປດ້ວຍຄວາມສຸກກະເສີມສໍາລານ”.
ພະອາຈານ ສິງໄຊ ອະຣິຍະໂພທິ ໃຫ້ຮູ້ຕື່ມວ່າ: ປະເພນີການຕົບພະທາດເຈດີຊາຍໃນໂອກາດບຸນປີໃໝ່ລາວ ທັງນີ້ກໍເພື່ອຄວາມເປັນສິລິມຸງຄຸນ, ຄວາມຢູ່ດີມີສຸກ ແລະ ຄວາມຈະເລີນກ້າວໜ້າໃນຊີວິດສ່ວນຕົວ, ຄອບຄົວ. ພ້ອມນັ້ນ, ຍັງເປັນທຸລະກິດການງານປະກອບສ່ວນພັດທະນາສ້າງສາໃຫ້ແກ່ວັດ, ບ້ານ ແລະ ປະຊາຊົນເປັນຢ່າງດີ. ສໍາລັບຢູ່ວັດໂພນທອງຈະມີພິທີຕົບພະທາດເຈດີຊາຍຂຶ້ນໃນວັນທີ 18 ເມສາ ກົງກັບມື້ຂຶ້ນ 2 ຄໍ່າເດືອນ 6 ພ.ສ 2569. ສະນັ້ນ, ຂໍເຊີນຊວນຊາວພຸດສາສະນິກະຊົນມາຮ່ວມທໍາບຸນຕົບພະທາດເຈດີຊາຍ ໃນໂອກາດບຸນປີໃໝ່ລາວ.
ໂດຍ: ວັນເພັງ

