ຕະຫຼາດກາງຄືນສວນເຈົ້າອານຸວົງ ຈະຈັດເປັນສະຖານທີ່ເຊົ່າເພື່ອຂາຍສິນຄ້າປະ ເພດຕ່າງໆໃນໂອກາດບຸນຊ່ວງເຮືອທ່າວັດຈັນ

ຕະຫຼາດກາງຄືນສວນເຈົ້າອານຸວົງ ຈະຈັດເປັນສະຖານທີ່ເຊົ່າເພື່ອຂາຍສິນຄ້າປະ ເພດຕ່າງໆໃນໂອກາດບຸນຊ່ວງເຮືອທ່າວັດຈັນ

 ຫ້ອງການຄຸ້ມຄອງສວນເຈົ້າອານຸວົງ ຫຼື ບໍລິສັດສໍາປະທານສວນເຈົ້າອານຸວົງ ຈະປ່ຽນຕະຫຼາດກາງຄືນແຄມຂອງທ່າວັດຈັນ ເມືອງ ຈັນທະບູລີໃຫ້ກາຍເປັນສະຖານທີ່ເຊົ່າເພື່ອຂາຍສິນຄ້າປະເພດຕ່າງໆໃນໂອກາດບຸນຊ່ວງເຮືອທ່າວັດຈັນ ແລະ ວັນບຸນອອກພັນສາປະວໍລະນາ 2020, ຊຶ່ງຈະປິດຕະຫຼາດກາງຄືນເປັນເວລາ 7 ວັນ.
ກຸ່ມບໍລິສັດດາວເຮືອງ ຈໍາກັດ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານຟູຈິວະຣະ ຊຶ່ງທັງສອງພາກສ່ວນເປັນຜູ້ສໍາປະທານສວນເຈົ້າອານຸວົງ ໄດ້ອອກແຈ້ງການໃນ ມື້ວັນທີ 22 ກັນຍາ ທີ່ຜ່ານມາ ເຖິງຊາວຄ້າຂາຍເຄື່ອງຕະຫຼາດກາງຄືນຂອງ ທີ່ສວນເຈົ້າອານຸວົງ ໃຫ້ຢຸດການຄ້າຂາຍພາຍໃນຕະຫຼາດກາງຄືນ ເປັນເວລາ 7 ວັນ ນັບແຕ່ວັນທີ 27 ກັນຍາ ຫາ 3 ຕຸລາ 2020.
ພາຍຫຼັງທີ່ແຈ້ງການດັ່ງກ່າວໄດ້ອອກສູ່ສັງຄົມ ໄດ້ມີປະຊາຊົນຈໍານວນບໍ່ໜ້ອຍທີ່ອອກມາວິພາກ ວິຈານວ່າຢູ່ ບັນດາແຂວງ, ເມືອງ ແລະ ທ້ອງຖິ່ນຕ່າງໆໄດ້ປະກາດບໍ່ໃຫ້ມີການຈັດງານບຸນຊ່ວງເຮືອ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເປັນຫຍັງຢູ່ນະຄອນຫລວງ ຈຶ່ງຍັງຈະ ຈັດງານດັ່ງກ່າວຢູ່, ໂດຍລວມແລ້ວແມ່ນເຂົາເຈົ້າບໍ່ເຫັນດີກັບການຈັດງານໃນຄັ້ງນີ້ຊຶ່ງເຂົາເຈົ້າເປັນຫ່ວງວ່າຈະມີມາດຕະການປ້ອງກັນພະຍາດໂຄວິດ-19 ແນວໃດໃນເມື່ອມີປະຊາຊົນຈໍານວນຫຼາຍມາທ່ຽວຊົມໃນ ງານດັ່ງກ່າວ ແລະ ທັງເປັນການຝ່າຝືນຄໍາສັ່ງນາຍົກລັດຖະມົນຕີກ່ຽວກັບ ນະໂຍບາຍ ຜ່ອນຜັນໃນການປ້ອງກັຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ອີກດ້ວຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply