ບຸນຊ່ວງເຮືອ-ອອກພັນສາ ທີ່ນະຄອນໄກສອນ ພົມວິຫານ ຈະບໍ່ມີ ການຄົບງັນໃຫ່ຍຄືແຕ່ລະປີຜ່ານມາ

ບຸນຊ່ວງເຮືອ-ອອກພັນສາ ທີ່ນະຄອນໄກສອນ ພົມວິຫານ ຈະບໍ່ມີ ການຄົບງັນໃຫ່ຍຄືແຕ່ລະປີຜ່ານມາ

ນະຄອນໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ ກຽມຈັດງານບຸນປະເພນີຊ່ວງເຮືອ-ອອກພັນສາ ຂຶ້ນໃນວັນທີ 2-3 ຕຸລາ 2020 ນີ້ ທີ່ ທ່າວັດໃຫ່ຍໄຊຍະພູມ, ຊຶ່ງຈະມີການແຂ່ງຂັນຊ່ວງເຮືອ ປະເພນີປະເພດ ພຽງແຕ່ 9-12 ສີພາຍ ເທົ່ານັ້ນ, ຈະບໍ່ມີການຄົບງັນໃຫ່ຍຄືໃນແຕ່ລະປີຜ່ານມາ ແລະ ຈະມີແຕ່ການວາງສະແດງສິນຄ້າ ຕະຫຼາດນັດຕາມເຄີຍປະຕິບັດກັນມາໃນແຕ່ລະປີ ເພື່ອປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19.
ກິິດຈະກໍາຈັດງານຄັ້ງນີ້ ກໍ່ຄືທຸກໆປີ ເພື່ອ ປົກປັກຮັກສາຮີດຄອງປະເພນີລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ເພື່ອໃຫ້ຍືນຍົງຕະຫຼອດໄປ ແລະ ກາຍເປັນງານທ່ອງທ່ຽວທາງດ້ານວັດທະນະທໍາ, ຮີດຄອງປະເພຂອງຊາວນະຄອນໄກສອນ ພົມວິຫານ.
ກອງປະຊຸມປຶກສາຫາລື ກຽມງານບຸນປະເພນີຊ່ວງເຮືອ-ອອກພັນສາ ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງ ນະຄອນໄກສອນ ພົມວິຫານ, ໂດຍເປັນປະທານ ຂອງຮອງເຈົ້່ານະຄອນໄກສອນ ພົມວິຫານ, ທ່ານ ສົມໝາຍ ສົງວິໄລ, ຊຶ່ງໃນກອງປະຊຸມ ໄດ້ມີການແຕ່ງຕັ້ງຄະນະກໍາມະການ, ອານຸກໍາມະການກະກຽມງານປະເພນີ ບູນຊ່ວງເຮືອ-ອອກພັນສາ ປະຈໍາປີ 2020 ແລະ ການກະກຽມວຽກງານອື່ນໆ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply