ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງຊຽງຮ່ອນ

ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງຊຽງຮ່ອນ

ອໍານາດການປົກຄອງເມືອງຊຽງຮອນ ແຂວງໄຊຍະບູລີ ໄດ້ອອກແຈ້ງການດ່ວນເມື່ອບໍ່ດົນມານີ້ວ່າ: ພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາທົ່ວເມືອງຊຽງຮອນ ຫຼັງຈາກທີ່ມີໝູລົ້ມຕາຍຈໍານວນຫຼາຍ ຢູ່ຫຼາຍບ້ານໃນເຂດເມືອງດັ່ງກ່າວ ແລະ ກວດພົບເຊື້ອພະຍາດ ອະຫິວາໝູອາຟຣິກາ.
ການແຜ່ລະບາດຂອງພະຍາດໝູດັ່ງກ່າວຢູ່ເມືອງຊຽງຮອນແມ່ນມີມາແຕ່ທ້າຍເດືອນສິງຫາທີ່ຜ່ານມາ ຢູ່ຫຼາຍບ້ານ ຄື: ບ້ານນໍ້າກອກ, ສາມັກຄີໄຊ, ຫົວນາ, ນາອອນ, ລາວສະໂນ, ດອນເຝືອງ, ແກ່ນ, ຂິ່ງ, ດົງ, ນໍ້າຄ່ອມ ແລະ ບ້ານຫ້ວຍຮາກ, ຊຶ່ງປະຈຸບັນນີ້ທີມງານສັດຕະວະແພດ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ສຸມໃສ່ແກ້ໄຂພະຍາດດັ່ງກ່າວ ໂດຍສົມທົບກັບຜູ້ລ້ຽງໝູ ໃນການເຮັດອນາໄມຄອກ ແລະ ພົ່ນຢາຂ້າເຊື້ອ ແລະ ອື່ນໆ.
ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ຖ້າພົບເຫັນໝູຕາຍຢູ່ບ້ານໃດ, ອໍານາດການປົກຄອງບ້ານຕ້ອງແຈ້ງໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ໃຫ້ຮັບຮູ້, ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ຊິ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກະນິດເຂົ້າ-ອອກ ເຂດທີ່ເກີດພະຍາດ, ຫ້າມທຸກພາກສ່ວນເອົາໝູທີ່ເຈັບ, ທີ່ຕິດເຊື້ອ ໄປຂ້າ ຫຼື ຕາຍມາບໍລິໂພກ ແລະ ຈໍາໜ່າຍ, ຫ້າມຄອບຄົວທີ່ລ້ຽງໝູ ເອົາໝູທີ່ຕາຍຖິ້ມລົງໜອງນໍ້າ, ຫ້ວຍຢ່າງເດັດຂາດ ໃຫ້ຝັງໝູທີ່ຕາຍເລິກປະມານ 1-2 ແມັດ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply