Vientiane Times Lao

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດຈະຖືກພິຈາລະນາ ຢູ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນຫົວຂໍ້ໜຶ່ງທີ່ຈະຖືກນໍາເຂົ້າປຶກສາຫາລືກັນ ຢູ່ທີ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມ​ພາ 2020 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ. ອີງຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາລັບ…

ໂຮງໝໍແຂວງບໍ່ແກ້ວມີຫ້ອງຟອກໄຂ່ຫຼັງແລ້ວ

ຖືວ່າເປັນຂ່າວດີ ສຳລັບປະຊາຊົນ ແຂວງບໍ່ແກ້ວ ໂດຍສະເພາະແມ່ນຜູ້ທີ່ເປັນພະຍາດໜາກໄຂ່ຫຼັງ ເພາະນັບແຕ່ນີ້ຕໍ່ໄປ ຜູ້ທີ່ເປັນພະຍາດດັ່ງກ່າວ ບໍ່ຈຳເປັນຕ້ອງເດີນທາງໄປປິ່ນປົວ ຢູ່ໂຮງໝໍອື່ນໆ ໂດຍສະເພາະຢູ່ໂຮງໝໍໃຫຍ່ຢູ່ນະຄອນຫຼວງວຽງຈັນ ເພາະປັດຈຸບັນນີ້ ໂຮງໝໍ ແຂວງບໍ່ແກ້ວໄດ້ມີຫ້ອງ ແລະ ເປີດໃຫ້ບໍລິການຟອກໄຂ້ຫຼັງໄດ້ແລ້ວ. ທ່ານ ດຣ ອານຸສິດ ສີລິສັກ ຮອງອຳນວຍການໂຮງໝໍແຂວງບໍ່ແກ້ວໄດ້ກ່າວໃນພິທີເປີດການໃຫ້ບໍລິການຫ້ອງຟອກໄຂ່ຫຼັງ ທີ່ໄດ້ຈັດຂຶ້ນໃນ…

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ລາວ

ກອງປະຊຸມຄັ້ງທີ 5 ຂອງລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຈະຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງ ວຽງຈັນ ແລະ ກອງປະຊຸມດັ່ງກ່າວ ລັດຖະມົນຕີຕ່າງປະເທດຈາກກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ຈະເຂົ້າ…

ໄຟຟ້າອາດຈະບໍ່ພໍໃຊ້ ໃນຊ່ວງເດືອນ ມີນາ-ມີຖຸນາ ປີ 2020

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການໃນວັນທີ 10 ກຸມພາ 2020 ວ່າ: ຂໍຄວາມຮ່ວມມືໃນການ ປະຢັດພະລັງງານໄຟຟ້າ ໃນໄລຍະ ເວລາ ທີ່ມີຄວາມຕ້ອງການພະລັງ ງານໄຟຟ້າຈຳນວນຫຼາຍ (Peak Load) ຂອງແຕ່ລະວັນ ເລີ່ມແຕ່ເວລາ 13:00 ໂມງ…

ໂຄງການເຂື່ອນໄຟຟ້າເຊລະນອງ 1 ຍັງບໍ່ໄດ້ປະຕິບັດນະໂຍບາຍເທົ່າທີ່ຄວນຕາມທີ່ສັນຍາໄວ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ

ທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ສະມາຊິກ ສະພາແຫ່ງຊາດ, ປະທານສະພາປະຊາຊົນ ປະຈຳເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມເບີ່ງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ 2 ບ້ານ ຄື: ບ້ານ ລະເບົານ້ຳ ແລະ…

ແຂວງໄຊສົມບູນສົ່ງເສີມການປູກພືດເປັນສິນຄ້າ 

ການປູກພືດຜັກເປັນສິນຄ້າ ເປົ້າໝາຍຫຼັກເພື່ອຈະຫັນປ່ຽນຊີວິດການເປັນຢູ່ຂອງປະຊາຊົນຈາກການຖາງປ່າເຮັດໄຮ່ທີ່ເລື່ອນລອຍ ຢູ່ ແຂວງໄຊສົມບູນ. ທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວຕົວແບບກຸ່ມຜະລິດກະສິກຳອິນຊີ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ໃນວັນທີ 8 ກຸມພາ ທີ່ຜ່ານມາ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີຄວາມກະຕືລືລົ້ນ, ຫ້າວຫັນ ໃນການພັດທະນາເສດຖະກິດຄອບຄົວ…

ໄຟໄໝ້ລາມປ່າ ແລະ ຈູດຂີ້ເຫຍື້ອຊະຊາຍແມ່ນບັນຫາຫຼັກທີ່ກໍ່ໃຫ້ເກີດມົນລະພິດ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງ ບັນດາ ກະຊວງ ທີ່ກ່ຽວຂ້ອງໃຫ້ເພີ່ມທະວີໃນການປ້ອງກັນ, ຮັບມືກ່ຽວກັບໄຟໄໝ້ລາມປ່າ, ປ້ອງກັນມົນລະພິດຈາກໄຟໄໝ້ປ່າ, ຈາກການຈູດຂີ້ເຫຍື້ອ ແລະ ຈາກໂຮງງານອຸດສາຫະກໍາ ອັນເປັນສາເຫດຕົ້ນຕໍທີ່ກໍ່ໃຫ້ເກີດມົນລະພິດຝຸ່ນລະອອງຂະໜາດນ້ອຍ (PM2.5). ແຈ້ງການໄດ້ລະບຸໄວ້ວ່າ ເຫັນດີຕາມຂໍ້ສະເໜີຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນການປ້ອງກັນ, ເຝົ້າລະວັງ ແລະ ຮັບມືກັບການເກີດໄຟໄໝ້ລາມປ່າ…

ແຂວງອັດຕະປືຍັງມີຄວາມຫຍຸ້ງຍາກໃນ ການຜະລິດກະສິກໍາ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະ ປືໄດ້ແຈ້ງໃຫ້ຮູ້ວ່າ: ສະພາບລວມໃນການຈັດຕັ້ງ ປະຕິບັດວຽກງານ ການຜະລິດກະສິກໍາ ແລະ ປ່າໄມ້ປະຈໍາປີ 2019 ເຫັນວ່າ ເນື້ອທີ່ປູກເຂົ້າ, ປູກພືດ ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ ແມ່ນບໍ່ໄດ້ ຕາມແຜນທີ່ວາງໄວ້ຍ້ອນພົບກັບໄພແຫ້ງແລ້ງ, ການລະບາດຂອງພະຍາດອະຫິວາໝູ, ພະຍຸ…

ກະຊວງສາທາລະນະສຸກແຈ້ງຜົ້ງສາລີບໍ່ມີຜູ້ຕິດ ເຊື່ອໂຄໂຣນາ

ກະຊວງສາທາລະນະສຸກໄດ້ຊີ້ແຈ້ງໃນຕອນບ່າຍຂອງມື້ວັນທີ 08 ກຸມພາ 2020 ນີ້ວ່າ ກໍລະນີ ສົງໄສພະຍາດປອດອັກເສບຈາກເຊື່ອຈຸລະໂລກ ໂຄໂຣນາໄວຮັດສາຍພັນໃໝ່ 2019 ຫຼື 2019-nCoV ທັງໝົດໃນ ສປປ ລາວ ມີ 18 ກໍລະນີ ແລະ ຜ່ານການກວດຕົວຢ່າງທັງໝົດ ຖືວ່າເປັນລົບບໍ່ພົບເຊື້ອດັ່ງກ່າວ.…

ຮ່ວມໃຈສາຍໄຍໂລມາຄຳ ຈະຊ່ວຍປະຊາຊົນເມືອງນອງໃຫ້ຫລູດຜົ້ນຈາກຄວາມທຸກຈົນ

ປະຊາຊົນ 63 ຄອບຄົວທີ່ທຸກຍາກດໍາລົງຊີວິດ ຢູ່ 3 ບ້ານຄື: ບ້ານປະແນະ, ຕາຢົງ ແລະ ບ້ານລະໃກ້  ຢູ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງ ສະຫວັນນະເຂດ ອາດຈະຫຼຸດພົ້ນອອກ ຈາກຄວາມທຸກຍາກພາຍໃນປີ 2020 ນີ້ ພາຍໃຕ້ໂຄງການຮ່ວມໃຈສາຍໄຍໂລມາຄໍາໃນການມີສ່ວນຮ່ວມລຶບລ້າງຄວາມທຸກຍາກ, ຊຶ່ງໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນຈາກ…