ປະຊາຊົນຮ່ວມໃຈກັນສ້າງຝາຍນໍ້າລົ້ນເພື່ອຮັບໃຊ້ການຜະລິດກະສິກໍາ
ໂຄງການຮ່ວມໃຈສາຍໄຍໂລມາຄຳ ເລີ່ມກໍ່ສ້າງຝາຍນ້ຳລົ້ນ ໃຫ້ປະຊາຊົນບ້ານປາແນະ ຢູ່ເມືອງນອງ ແຂວງສະຫວັນນະເຂດ ຫຼັງຈາກກ່ອນໜ້ານີ້ໄດ້ສໍາເລັດການສ້າງນໍ້າບາດານ ໂດຍການຮ່ວມມືຂອງປະຊາຊົນພາຍໃນບ້ານ. ຈຸດປະສົງການສ້າງຝາຍນີ້ແມ່ນ ເພື່ອເກັບນ້ຳໄວ້ໃຊ້ຫົດຜົນລະປູກໃນສວນທີ່ເລາະຕາມສາຍຫ້ວຍ, ສ້າງລະບົບນິເວດ ຊີວະນາໆພັນໃຫ້ເກິດຕາມທຳມະຊາດ ແລະ ເປັນບ່ອນລ້ຽງປາລວມຂອງບ້ານ. ວິຊາການໂຄງການຮ່ວມໃຈສາຍໄຍໂລມາຄຳ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ ວັນທີ 5 ມີນາ 2020…

