ແຈ້ງການໂຈະງານປະເພນີ, ງານດອງ ເພື່ອປ້ອງກັນພະຍາດ COVID-19
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ: ໃຫ້ໂຈະ ຫຼື ເລື່ອນຊົ່ວຄາວ ກ່ຽວກັບງານປະເພນີ, ງານດອງ ແລະ ງານສັງສັນຕ່າງໆທີ່ມີຄົນຈຳນວນຫຼາຍເຂົ້າຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການລະບາດຂອງພະຍາດ COVID-19. ໃນຂະນະດຽວບຸນປີໃໝ່ລາວກໍ່ແມ່ນບຸນປະເພນີອັນໜຶ່ງທີ່ມີກິດຈະກຳທີ່ຫຼາກຫຼາຍ ເຊິ່ງຫຼາຍແຂວງແມ່ນໄດ້ໂຈະບາງກິດຈະກຳທີ່ມີຜູ້ເຂົ້າຮ່ວມຫຼາຍເຊັ່ນ: ງານປະກວດນາງສັງຂານ, ແຫ່ພະ, ແຫ່ນາງສັງຂານ ລວມເຖິງກິດຈະກຳເທິງຫາດຊາຍແມ່ນໄດ້ໂຈະເພື່ອຫຼຸດຜ່ອນຄວາມສ່ຽງ.…

