ເຊກອງຈະກໍ່ສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນຂະໜາດ ໃຫຍ່ 2 ແຫ່ງໃນທ້າຍປີນີ້

ອີງຕາມຂໍ້ມູນຈາກກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ໂຮງງານໄຟຟ້າຖ່ານຫີນ 2 ແຫ່ງທີ່ ເມືອງກະລຶມ ແລະ ເມືອງ ລະມາມ ແຂວງເຊກອງຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະເລີ່ມສົ່ງອອກຂາຍກະແສໄຟຟ້າໃຫ້ລັດຖະບານ ກໍາປູເຈຍ ໃນປີ 2025 ທີ່ຈະມາເຖິງນີ້. ທ່ານດາວວົງ ພອນແກ້ວ…

ຫົວພັນມີຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ທັງໝົດ 10 ທ່ານເລືອກເອົາ 7 ທ່ານ

ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາກ່ຽວກັບການກະກຽມໃຫ້ແກ່ການດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ຢູ່ແຂວງຫົວພັນ ເມື່ອວັນທີ 4 ກຸມພາ 2020…

ເມືອງຕົ້ນເຜິ້ງ ໄດ້ຍົກເລີກງານບຸນດອກງິ້ວ ປະຈໍາປີ 2021

ອໍານາດການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ແຈ້ງການເມື່ອບໍ່ດົນມານີ້ກຽ່ວກັບການຍົກເລີກການຈັດງານບຸນດອກງ້ຽວ ປະຈໍາປີ 2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ນາງຈັນທີ ວົງປະເສີດ ຮອງຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ແຈ້ງໃຫ້ຮູ້ວ່າ: ງານບຸນດັ່ງກ່າວໄດ້ຖືກຍົກເລີກເປັນປີທີ 2 ແລ້ວ…

ການກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ອາດຈະບໍ່ສໍາເລັດຕາມແຜນ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ການກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ອາດຈະບໍ່ສໍາເລັດຕາມແຜນ ຍ້ອນວ່າຮອດປັດຈຸບັນຄວາມຄືບໜ້າຂອງການກໍ່ສ້າງໂດຍການສະຫຼຸບຕາມມູນຄ່າການກໍ່ສ້າງໄດ້ພຽງ 34,91% ເທົ່ານັ້ນ. ທ່ານວຽງທອງ ທໍາມານຸວົງ ຮອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງເຮືອນ…

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເຊື້ອພະຍາດໂຄວິດ-19  ເພີ່ມອີກ 1 ຄົນ ໃນວັນທີ 2 ກຸມພາ…

ດື່ມສິ່ງມຶນເມົາແມ່ນ ສາເຫດຕົ້ນຕໍເຮັດໃຫ້ເກີດອຸບັດເຫດ ຢູ່ແຂວງຫຼວງນໍ້າທາ

ອຸບັດເຫດໃນປີ 2020 ທີ່ເກີດຂຶ້ນ ບົນທ້ອງຖະໜົນພາຍໃນແຂວງຫຼວງນໍ້າທາ ສ່ວນໃຫຍ່ແມ່ນ​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາ ແລ້ວ​ຂັບຂີ່ໄວເກີນກໍານົດ 337 ຄັ້ງ, ບໍ່ປ່ອຍສິດ 47 ຄັ້ງ, ແຊງບໍ່ຮັບປະກັນ 13 ຄັ້ງ, ປ່ຽນທິດທາງ 11ຄັ້ງ ແລະ ອື່ນໆ. ຫົວໜ້າ ພະແນກຕໍາຫຼວດຈະລາຈອນ…

ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ສົ່ງເສີມປະຊາຊົນມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ ແລະ ລັກລອບຕັດໄມ້

ກອງຄຸ້ມຄອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຮ່ວມກັບ ອົງການອະນຸລັກສັດປ່າ ( WCS ) ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດ ເພື່ອແນໃສ່ອະນຸລັກຊັບພະຍາກອນທໍາມະຊາດ ໂດຍສະເພາະສັດປ່າ, ຕົ້ນໄມ້ ແລະ ພືດພັນທັນຍາຫານຕ່າງໆ ພາຍໃນອຸທິຍານດັ່ງກ່າວໃຫ້ມີຄວາມຍືນຍົງຕະຫຼອດໄປ. ທ່ານ ຫຸມແພງ ຂັນທະລີ, ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງ ຊາດ…

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເຊື້ອພະຍາດໂຄວິດ-19  ເພີ່ມອີກ 1 ຄົນ ໃນວັນທີ 2 ກຸມພາ…

ລາວເພີ່ມການລາດຕະເວນຕາມຊາຍແດນຢ່າງເຄັ່ງຄັດເພື່ອຮັບປະກັນບໍ່ໃຫ້ ມີການເຂົ້າ-ອອກແບບ ຊະຊາຍ

ການເພີ່ມການລາດຕະເວນຕາມຊາຍແດນຢ່າງເຂັ້ມງວດ ແລະ ຮັດກຸມເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກໂດຍບໍ່ຜ່ານດ່ານຊາຍແດນ ແມ່ນມາດຕະການຜ່ອນຜັນໃໝ່ ໃນ 14 ມາດຕະການ ທີ່ທາງຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ສືບຕໍ່ກໍານົດໃນມາດຕະການຜ່ອນຜັນ ປ້ອງກັນພະຍາດດັ່ງກ່າວ ນັບແຕ່ວັນທີ 1 ກຸມພາ ເຖິງວັນທີ…

ບໍ່ມີສອບເສັງນັກຮຽນເກັ່ງລະດັບຊາດ ສໍາລັບສົກປີ 2020-2021 ນີ້

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາອໍານວຍການຊັ້ນມັດທະຍົມສຶກສາ ໃນຂອບເຂດທົ່ວປະເທດ ໃຫ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2020-2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຖ້າມີການສອບເສັງດັ່ງກ່າວຈະມີນັກຮຽນເກັ່ງແຕ່ລະແຂວງມາຮວມກັນຢູ່ຈຸດສອບເສັງ ຊຶ່ງມີຄວາມສຽງທີ່ອາດຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນກໍລະນີມີນັກຮຽນແຂວງໃດໜຶ່ງຕິດພະຍາດດັ່ງກ່າວໂດຍໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ, ໃຫ້ ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດໄວ້ໂດຍມີການມອບໃບຍ້ອງຍໍ, ໃບຢັ້ງຢືນ, ທຶນການສຶກສາ…