ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວສົນໃຈລົງທຶນ ກ່ຽວກັບການຂຸດຄົ້ນ ແຮ່ເຫຼັກຢູ່ແຂວງໄຊສົມບູນ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ ໃນເນື້ອທີ່ 102,52 ກິໂລຕາແມັດ ເຂດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ. ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ ບໍ່ແຮ່ໄທຊານ…

ໄລຍະ 1 ເດືອນມານີ້ມີຜູ້ຕິດເຊື້ອໄຂ້ຍຸງ ລາຍແລ້ວ 115 ຄົນໃນຂອບເຂດທົ່ວປະເທດ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ຖືວ່າເປັນປະກົດການໃໝ່ຂອງໄຂ້ຍຸງລາຍເພາະໃນໄລຍະທີ່ຜ່ານມາໄຂ້ຍຸງລາຍຈະສາມາດແຜ່ເຊື້ອໄດ້ສະເພາະໃນລະດູຝົນເທົ່ານັ້ນ ແຕ່ປັດຈຸບັນນີ້ພົບວ່າມີ ຜູ້ຕິດ ເຊື້ອໄຂ້ຍຸງໃນລະດູໜາວນຳອີກ.ກົມຄວບຄຸມພະຍາດຕິດຕໍ່ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນັບແຕ່ວັນທີ 26 ທັນວາ 2020 – 9 ກຸມພາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 115 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ…

ອິນໂດເນເຊຍມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າປະເທດອື່ນໃນອາຊຽນ

ເຖິງແມ່ນວ່າ ປະເທດລາວຈະມີມາດຕະການຢ່າງເຂັ້ມງວດໃນການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະສະເພາະກິດປ້ອງກັນພະຍາດດັ່ງກ່າວຍັງມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດນີ້ຢູ່ ສປປ ລາວຍ້ອນວ່າຍັງມີການແຜ່ລະບາດ ຂອງ ພະຍາດດັ່ງກ່າວຢູ່ປະເທດອ້ອມຂ້າງ ໂດຍສະເພາະຢູ່ປະເທດໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ຈີນ ສິ່ງສໍາຄັນແມ່ນບັນຫາການລັກລອບກັບຄືນປະເທດແບບຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ປະເທດອ້ອມຂ້າງ ຊຶ່ງອາດຈະເປັນໄປໄດ້ທີ່ເຈົ້າໜ້າທີ່ບໍ່ເຫັນ ຖ້າມີຜູ້ຕິດເຊື້ອອາດຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ລາມຢູ່ພາຍໃນປະເທດ. ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19,…

ແຂວງຊຽງຂວາງພ້ອມແລ້ວສໍາລັບການປ່ອນບັດເລືອກຕັ້ງ ສສຊ ສະໄໝທີ 9 ແລະ ສສຂ ສະໄໝທີ 2

 ແຂວງຊຽງຂວາງແມ່ນເຂດເລືອກຕັ້ງທີ 9 ໂດຍມີຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ຈໍານວນ 10 ທ່ານ ເລືອກເອົາ 7 ທ່ານ ແລະ ມີຜູ້ສະໝັກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ສະໄໝທີ 2 ຈໍານວນ 39 ທ່ານ…

ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ເນັ້ນໃຫ້ກຳລັງປກຊ-ປກສ ແຂວງອັດຕະປື ເອົາໃຈໃສ່ວຽກງານປ້ອງ ກັນຄວາມສະຫງົບ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ–ຄະນະບັນຊາ, ພະນັກງານຫຼັກແຫຼ່ງກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບ ແຂວງອັດຕະປື, ເມື່ອບໍ່ດົນມານີ້. ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ເນັ້ນໃຫ້ການນຳພັກແຂວງ…

ການລ້ຽງນົກກະຈອກເທດກໍາລັງໄດ້ຮັບຄວາມນິຍົມຢູ່ ສປປ ລາວ

ນົກກະຈອກເທດເປັນນົກທີ່ມີລາຄາແພງ ແລະ ລ້ຽງງ່າຍຈຶ່ງເຮັດໃຫ້ມີປະຊາຊົນຈໍານວນຫຼາຍ ຫຼື ຜູ້ທີ່ມີເງື່ອນໄຂໄດ້ຫັນມາລ້ຽງເພື່ອເປັນເສດຖະກິດຄອບຄົວ. ທ່ານ ແກ້ວສັນຕິສຸກ ໄຊຄໍາວົງ ກໍ່ເປັນຜູ້ໜຶ່ງທີ່ໄດ້ຫັນມາລ້ຽງນົກກະຈອກເທດເປັນເສດຖະກິດຄອບຄົວ ຊຶ່ງທຳອິດໄດ້ທົດລອງລ້ຽງພຽງ 5-6 ໂຕ, ແຕ່ໃນປັດຈຸບັນນີ້ຢູ່ຟາມຂອງເພີ່ນມີນົກກະຈອກເທດແລ້ວ 60 ໂຕ. ທ່ານ ແກ້ວສັນຕິສຸກ ໄຊຄໍາວົງໄດ້ກ່າວວ່າ: ນົກກະຈອກເທດເປັນສັດທີ່ລ້ຽງງ່າຍ, ທົນທານຕໍ່ອາກາດຮ້ອນ,…

ຟາມພູຕາເວັນເພີ່ມກິດຈະກໍາ ຫຼາຍຢ່າງ ເພື່ອດຶງດູດນັກທ່ອງທ່ຽວໃນຍຸກລາວທ່ຽວລາວ

ປັດຈຸບັນນີ້, ຟາມພູຕາເວັນໄດ້ມີການປັບປຸງ ແລະ ເພີ່ມກິດຈະກໍາຫຼາຍຢ່າງຊຶ່ງປະກອບມີການປັບປຸງ ສະຖານທີ່, ສວນສັດ (ໝູປ່າ, ມ້າ, ນົກກະຈອກເທດ ແລະ ກະຕ່າຍ), ມີຮ້ານອາຫານພື້ນບ້ານ ແລະ ປູກດອກຕາເວັນເປັນຈໍານວນຫຼາຍ ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດໃນຍຸກທີ່ ມີການແຜ່ລະບາດຂອງພະຍາດໂຄວິດ-19 ຫຼື ໃນຍຸກລາວທ່ຽວລາວ ຊຶ່ງດອກຕາເວັນກໍາລັງເບັ່ງ ບານ…

ສະຫະລັດອາເມລິກາ ສຶບຕໍ່ສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ລັດຖະບານ ສະຫະລັດອາເມລິກາ ໄດ້ສຶບຕໍ່ສະໜັບສະໜູນໂຄງການເພີ່ມຕື່ມໄລຍະເວລາ 20 ເດືອນ, ໃນມູນຄ່າ 7 ລ້ານໂດລາ ສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ໂຄສະນາສຶກສາຄວາມສ່ຽງໄພລະເບີດບໍ່ທັນແຕກ ຢູ່ 5 ເມືອງເປົ້າໝາຍຂອງແຂວງຊຽງຂວາງ ເຊັ່ນ:…

ກົມທະຫານຊາຍແດນ ມອບເຮືອລາດຕະເວນໃຫ້ 2 ແຂວງທີ່ມີຄວາມສຽ່ງໃນການລັກລອບຂົນສົ່ງສິ່ງທີ່ຜິດກົດໝາຍ

ກົມທະຫານຊາຍແດນ ກົມໃຫຍ່ເສນາ ທິການກອງທັບໄດ້ມອບເຮືອລາດຕະເວນໃຫ້ກອງບັນຊາ ການ ປກຊ-ປກສ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ເພື່ອນຳໃຊ້ເຂົ້າໃນການລາດຕະເວນຕາມຊາຍ ແດນເພື່ອປ້ອງກັນການລັກລອບຂົນສົ່ງສີ່ງທີ່ຜິດກົດໝາຍ ແລະ ປ້ອງກັນການລັກລອບເຂົ້າອອກຂອງພົນລະ ເມືອງລາວ ແລະ ຕ່າງປະເທດແບບຜິດກົດໝາຍ ໂດຍສະເພາະແມ່ນການລັກລອບກັບຄືນມາປະ ເທດແບບຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ບັນດາປະເທດອ້ອມຂ້າງເພື່ອໜີພະຍາດໂຄວິດ-19. ເຮືອລາດຕະເວນທີ່ມາມອບໃນຄັ້ງນີ້ ປະກອບມີ ເຮືອ…

5 ປີຕໍ່ໜ້າ ແຂວງເຊກອງຕ້ອງການມູນຄ່າການລົງທຶນ 4.630 ຕື້ກີບເພື່ອຍູ້ເສດຖະກິດພາຍໃນແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ 7% ຕໍ່ປີ

ທ່ານ ເຫຼັກໄຫຼ ສິວິໄລ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ອໍານາດການປົກຄອງແຂວງເຊກອງມີຄາດໝາຍສູ້ຊົນທີ່ຈະເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 7% ຕໍ່ປີໃນໄລຍະ 5 ປີຕໍ່ໜ້າ (2021-2025) ແຕ່ຍັງມີສິ່ງທ້າທາຍຫຼາຍດ້ານໂດຍສະເພາະຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ນອກນັ້ນຈໍາເປັນຕ້ອງມີມູນຄ່າການລົງທຶນສູງເຖິງ 4.630 ຕື້ກີບ ຫຼື ປະມານ 926 ຕື້ກີບຕໍ່ປີ.…