ການນໍາແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງເຊໂປນ

ການນໍາແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງເຊໂປນ

ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະໄດ້ລົງຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ເມືອງເຊໂປນ ທີ່ສູນພັກຊົ່ວ ຄາວ ຢູ່ໂຮງຮຽນປະຖົມບ້ານແກ້ງຫົວປາ ເມື່ອບໍ່ດົນມານີ້, ໂດຍໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງປະກອບມີໝີ່ສໍາເລັດຮູບ, ນໍ້າດື່ມ ແລະ ປາກະປ໋ອງໃຫ້ 38 ຄອບຄົວທີ່ໄດ້ຮັບຜົນກະທົບເຮືອນໄຫຼນໍ້າ.

ນອກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ມອບ ເຄື່ອງຊ່ວຍເຫຼືອຂອງ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ປອ ພັນຄຳ ວິພາວັນ ໃຫ້ຄະນະ ຮັບຜິດຊອບຕ້ານໄພພິບັດເມືອງເຊໂປນນຳໄປແຈກຢາຍໃຫ້ປະຊາຊົນ ເຊິ່ງປະກອບມີ: ເຂົ້າໜຽວ 20 ໂຕນ, ຜ້າຫົ່ມ 500 ຜືນ ລວມມູນຄ່າ 220 ລ້ານກີບ ພ້ອມກັບມອບເງິນທີ່ຄະນະຮັບຜິດຊອບຕ້ານໄພພິບັດແຫ່ງຊາດທີ່ນາຍົກລັດຖະມົນຕີມອບໃຫ້ໃນຮ່ວງເງິນ 500 ລ້ານກີບ, ໂດຍໄດ້ແບ່ງປັນໃຫ້ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງພີນ ເມືອງລະ 60 ລ້ານກີບ.

ຂ່າວ-ພາບ: ສິນ

Related Articles

Leave a Reply