ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້ລັດຖະບານກວດຄືນກ່ຽວກັບການສໍາປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພຶດປອດສານພິດ ແຕ່ ຫັນໄປປູກພຶດອື່ນແທນ.
ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ທ່ານ ພອນເພັດ ຄິວລາວົງ ທັງເປັນປະທານສະພາປະຊາຊົນແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ທິມງານວຽງຈັນທາຍທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ແຂວງເຊກອງ ກໍ່ເໝືອນກັບແຂວງອື່ນໆໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ສະພາບໂດຍລວມທົ່ວໄປພາຍໃນແຂວງພົບຄວາມຫຍຸ້ງຍາກ. ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອໍານາດການປົກຄອງແຂວງແກ້ໄຂຫຼາຍກວ່າໝູ່ແມ່ນການສຳປະທານທີ່ດິນລັດຂອງນັກລົງທຶນຕ່າງປະເທດທີ່ຍັງບໍ່ປະຕິບັດຕາມສັນຍາ ຊຶ່ງປະຊາຊົນຮຽກຮ້ອງໃຫ້ລັດຖະບານປະເມີນຄືນກ່ຽວກັບການສຳປະທານທີ່ດິນ ທີ່ນັກລົງທຶນໄດ້ສະເໜີປູກພືດປອດສານພິດ ແຕ່ສຸດທ້າຍພັດປູກໝາກນ໋ອດ, ໝາກອຶ, ໝາກເຜັດ, ປູກກ້ວຍ, ໝາກມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນ ລັດ.
ຂ່າວ: ວຽງຈັນທາຍ

