ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ສາມາດຈັບກຸມຜູ້ຜະລິດຢາບ້າ ແລະ ທັງຄ້າຂາຍຢາເສບຕິດລາຍໃຫ່ຍ ພ້ອມຂອງກາງປະເພດຢາເສບຕິດຕ່າງໆ ແລະ ສ່ວນປະສົມເຮັດຢາເສບຕິດ ພ້ອມເຄື່ອງຜະລິດຢາບ້າຢູ່ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງອຸດົມໄຊ ໄດ້ສົມທົບອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໃນການເຂົ້າກວດຄົ້ນເຮືອນເປົ້າ ໝາຍຢາເສບຕິດ ເມື່ອບໍ່ດົນມານີ້ ຢູ່ 3 ຈຸດ ເຂດບ້ານດອນໄຊ ແລະ ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ.
ໃນການກວດຄົ້ນໃນຄັ້ງນີ້ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ທ້າວ ຈີນູລີ ອາຍຸ 29 ປີ ຢູ່ບ້ານດອນໄຊ, ຜ່ານການກວດຄົ້ນເຮືອນເປົ້າໝາຍ ຈຸດທີ1 ຢູ່ເຂດບ້ານດອນໄຊ ພົບຢາບ້າ 34.000 ເມັດ ໜັກ 3,8 ກິໂລກຼາມ, ເຮໂຣອິນ 1 ຫໍ່ນ້ອຍ ໜັກ 153 ກຼາມ, ແປ້ງຝຸ່ນສີຂາວ ແລະ ສີແດງ ໜັກ 2,5 ກິໂລກຼາມ, ເຄື່ອງອັດ ຢາບ້າ 1 ເຄື່ອງ ແລະ ພົບຢາບ້າ 439.000 ເມັດ ໜັກ 49,5 ກິໂລກຼາມ ໃນລົດເກງສີດຳ ໝາຍເລກທະບຽນ ນມ 9000 ກໍາແພງນະຄອນ, ພ້ອມເຮໂຣອິນ 1 ແທ່ງ ໜັກ 387 ກຼາມ ແລະ ກວດຄົ້ນຈຸດທີ 2 ພົບຂອງກາງ ປະເພດແປ້ງຝຸ່ນສີຂາວ1 ຖົງ ໜັກ 3,3 ກິໂລກຼາມ.
ສໍາລັບກວດຄົ້ນຈຸດທີ 3 ຢູ່ຈຸດບ້ານພູຂຽວ ເມືອງໄຊ ໄດ້ກວດກາພົບເຫັນເຄື່ອງຂອງກາງປະເພດຢາບ້າ 256 ເມັດ ນ້ຳໜັກ 25,7 ກຼາມ, ແປ້ງຝຸ່ນສີຂາວ ໜັກ 210,7 ກຼາມ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະ ເພາະ ປກສ ແຂວງອຸດົມໄຊ ກໍາລັງດໍາເນີນການສືບສວນ-ສອບສວນທ້າວ ຈີນູລີ ເພື່ອ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ຂໍ້ມູນ-ພາບ: ຂ່າວສານລາວ

