ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຫົວພັນ ຄັດເລືອກເອົາສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາພັກແຂວງຊຸດໃໝ່

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຫົວພັນ ຄັດເລືອກເອົາສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາພັກແຂວງຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງຫົວພັນ ທີ່ໄດ້ຈັດຂຶ້ນວັນທີ 2-3 ພະຈິກ 2020 ຢູ່ສະໂມສອນແຂວງ, ຜົນປະກົດວ່າ, ສະຫາຍ ວັນໄຊ ແພງຊຸມມາ  ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນາງ ອຳໄຟວອນ ລ້ອມບຸນແພງ ເປັນຮອງເລຂາພັກແຂວງ.

ພ້ອມກັນນັ້ນ, ຍັງເລືອກຕັ້ງເອົາສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳແພງ ຈັນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປອ ຄອນເສີດ ເປັນຮອງປະທານກວດກາພັກແຂວງ.

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 40ສະຫາຍ (ຍິງ 05 ສະຫາຍ) ຊຶ່ງເລືອກໄດ້ 35 ສະຫາຍ (ຍິງ 04 ສະຫາຍ).

ໃນກອງປະຊຸມໃຫຍ່ຄັ້ງນີ້ ຍັງຄັດເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ (ຍິງ 02 ສະຫາຍ) ແລະ ຍັງໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 35 ສະຫາຍ, ຍິງ 04  ແລະ ສຳຮອງ 03 ສະຫາຍ (ຍິງ 1 ສະຫາຍ) ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄັ້ງທີ XI.

ຂ່າວ: ວຽງຈັນທາຍ

ຂໍ້ມູນ+ພາບ: ໄອແກ້ວ

Related Articles

Leave a Reply