ພົບຢາໄອສ ນໍ້າໜັກ 128 ກິໂລຊຸກເຊື່ອງໄວ້ຢູ່ຮ່ອງລະບາຍນໍ້າ

ພົບຢາໄອສ ນໍ້າໜັກ 128 ກິໂລຊຸກເຊື່ອງໄວ້ຢູ່ຮ່ອງລະບາຍນໍ້າ

ເຈົ້າໜ້າທີ່ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບລາຍງານຈາກເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເມື່ອມໍ່ໆມານີ້ ວ່າ: ໄດ້ພົບເຫັນວັດຖຸທີ່ຕ້ອງສົງໄສ 4 ເປົາ ຊຸກເຊື່ອງໄວ້ຢູ່ຮ່ອງລະບາຍນໍ້າ ຈຸດນາໝ້ຽງເຂດບ້ານເມືອງໝໍ ເມືອງແກ່ນທ້າວ ຫ່າງຈາກແຄມນໍ້າເຫືອງ ປະມານ 270 ແມັດ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ແລະ ເຈົ້າໜ້າທີ່ທະຫານ ກອງຮ້ອຍຊາຍແດນ 158 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ ແລະ ກວດກາວັດຖຸທີ່ຕ້ອງສົງໄສ ໃນກະສອບຟາງ ສີຂາວ ຈໍານວນ 4 ເປົາ, ຜ່ານການກວດກາພົບເຫັນ ຢາເສບຕິດປະເພດ ຢາໄອສ ຈຳນວນ 120 ຖົງ, ນໍ້າໜັກ 128 ກິໂລກຣາມ.

ປັດຈຸບັນ, ຢາໄອສຈໍານວນດັ່ງກ່າວ, ເຈົ້າໜ້າທີ່ໄດ້ນໍາມາເກັບຮັກສາໄວ້ ແລະ ພວມເລັ່ງຕິດຕາມຊອກຫາເປົ້າໝາຍດັ່ງກ່າວ ມາລົງໂທດຕາມລະບຽບກົດໝາຍ.

ທີ່ມາຂ່າວ: ປກສ ເມືອງແກ່ນທ້າວ

Related Articles

Leave a Reply