ການກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນຢູ່ຫລວງນ້ຳທາ ຈະເລີ່ມວາງລາງໃນປີ ໜ້າ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າ ໃຫ້ສຳເລັດປີ2021. ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ່ມວາງຂາງຂົວ ໃນເດືອນພະຈິກ ຈະມາເຖິງນີ້ ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ. ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້…

ສວນຊາ 400 ປີ ແຂວງຜົ້ງສາລີ ເປີດໃຫ້ນັກ ທ່ອງທ່ຽວຢ້ຽມຊົມ

ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ຫ່າງຈາກ ເທດສະບານແຂວງປະມານ 15 ກິໂລແມັດໄດ້ເປີດໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໄດ້ທ່ຽວຊົມ, ໄດ້ຊີມ, ໄດ້ສໍາພັດຕົວຈິງກັບຕົ້ນຊາ ແລະ ຜູ້ຜະລິດຊາຢູ່ທີ່ນັ້ນ. ປະຊາຊົນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກ…

ອັດຕະປື: ມູນຄ່າເສັ້ນທາງເສຍຫາຍ 58 ກວ່າຕື້ກີບຍ້ອນນໍ້າຖ້ວມ

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນ ນີ້ເສັ້ນທາງຫຼວງແຫ່ງຊາດທີ່ຜ່ານ ແຂວງອັດຕະປື ແລະ ເສັ້ນທາງພາຍໃນ ແຂວງສາມາດສັນຈອນໄດ້ປົກກະຕິແລ້ວ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ສະດວກ ເປັນບາງບ່ອນຍ້ອນມີຂຸມຫຼາຍ, ບາງບ່ອນ ຍັງມີຂີ້ຕົມ, ບາງບ່ອນດິນລົ່ມ ແລະ ສົ້ນຂົວ…

ນໍ້າຕົກຕາດຊາຍ ແມ່ນໜຶ່ງໃນນໍ້າຕົກຫຼາຍແຫ່ງ ທີ່ສວຍງາມ

ໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ຕັ້ງຢູ່ປະມານ 70 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ໄປຕາມທາງເລກທີ 13 ໄຕ້, (more…)

ກະຊວງຊີ້ນຳອົງການລັດ ແລະ ເອກະຊົນຮ່ວມມືພັດທະນາການທ່ອງທ່ຽວ

ການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແນະນຳໃຫ້ບັນດານັກທຸລະ ກິດ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ທີ່ປະຊຸມປຶກສາຫາລືສົ່ງເສີມທຸລະກິດທ່ອງ ທ່ຽວ ໃນວັນສຸກທີ່ຜ່ານມາ 04/10/2019 ໃຫ້ມີ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ຫຼາຍຂຶ້້ນເພື່ອໃຫ້ມີການພັດທະນາດ້ານທຸລະກິດທ່ອງທ່ຽວໃຫ້ຫຼາຍຂຶ້ນ. (more…)