ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ
ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ…

