Visit BigblueAgency

ລັດຖະບານລາວຍັງເຂັ້ມງວດໃຫ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ເຂດທີ່ມີການລະບາດ

ໃນໄລຍະທີ່ມີການສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ- 19 ຕື່ມອີກ 15 ວັນນັບແຕ່ວັນທີ 31 ຕຸລາ ຫາ  ຫາ ວັນທີ 14 ພະຈິກ 2021 ນີ້, ລັດຖະບານລາວ ຫຼື ຄະນະສະເພາະກິດ ຍັງເນັ້ນໃຫ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ເຂດທີ່ຍັງມີການລະບາດ ຫຼື…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 858 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 30 ຕຸລາ 2021 ນີ້​ໃຫ້ຮູ້ວ່າ: ການກວດ​ວິ​ເຄາະ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 29 ຕຸລາ  2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະ​ທັງ​ໝົດ 7.175 ຕົວ​ຢ່າງ, ​ກວດພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ 858  ຄົນ,…

ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດກຽມຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກຢູ່ ແຂວງຫົວພັນ ແລະ ຊຽງຂວາງ

ລັດຖະບານລາວໄດ້ອະນຸຍາດໃຫ້ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດລົງທຶນ ແລະ ສໍາປະທານຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກເຫຼັກ ຢູ່ເຂດບ້ານຖ້ຳລາ, ບ້ານພັນລໍ ເມືອງຮ້ຽມ ແຂວງຫົວພັນ ແລະ ເມືອງຄຳ ແຂວງຊຽງຂວາງ ໃນເນື້ອທີ່ 12,56 ກມ2 ເປັນເວລາ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 447 ຄົນ ແລະ ເສຍຊີວິດໃໝ່ 2 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 29 ຕຸລາ 2021 ນີ້​ໃຫ້ຮູ້ວ່າ: ການກວດ​ວິ​ເຄາະ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 28 ຕຸລາ  2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະ​ທັງ​ໝົດ 5.588 ຕົວ​ຢ່າງ, ​ກວດພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ 447  ຄົນ,…

Facebook ປ່ຽນເປັນ Meta ແລະ ວິໄສທັດໃໝ່ຂອງບໍລິສັດ metaverse ຈາກງານ Connect

Facebook ປ່ຽນເປັນ Meta ແລະ ວິໄສທັດໃໝ່ຂອງບໍລິສັດ metaverse ຈາກ ງານ Connect ໃນລະຫວ່າງ ງານ Connect ປະຈຳປີຂອງ Facebook ໃນມື້ນີ້, ທ່ານ ມາກ ຊັກເຄີເບີກ, ໄດ້ແບ່ງປັນວິໄສທັດຂອງເຂົາກ່ຽວກັບ Metaverse…

ອີອອນ ເປິດໂຕແອັບພລີເຄຊັນເທິງມືຖື ເພື່ອໃຫ້ລູກຄ້າຕິດຕາມຂ່າວສານ ແລະ ກວດສອບຂໍ້ມູນສິນເຊື່ອໄດ້ໄວຍິ່ງຂຶ້ນ

ໃນປະຈຸບັນ, ເຕັກໂນໂລຊີໄດ້ເຂົ້າມາມີບົດບາດ ເພື່ອຊ່ວຍອຳນວຍຄວາມສະດວກໃນການດຳລົງຊີວິດປະຈຳວັນຂອງທຸກຊັ້ນຄົນໃນສັງຄົມ. ບໍລິສັດ ອີອອນ ບໍລິການ ເຊົ່າສິນເຊື່ອ (ລາວ) ຈຳກັດ ກໍ່ໄດ້ມີແນວທາງໃນການຫັນປ່ຽນໄປສູ່ ລະບົບດີຈີຕອນ ແລະ ຕ້ອງການເພີ່ມຊ່ອງທາງໃນການບໍລິການໃຫ້ແກ່ລູກຄ້າ ໂດຍມີຄວາມມຸ່ງໝັ້ນໃນການສ້າງຜະລິດຕະພັນ ແລະ ການບໍລິການແບບໃໝ່ໆ ເພື່ອສ້າງຄວາມສະດວກສະບາຍໃນການຕິດຕາມຂໍ້ມູນຈາກທາງບໍລິສັດ. ສະນັ້ນ, ທາງບໍລິສັດຈຶ່ງໄດ້ສ້າງແອັບພລີເຄຊັນ AEON…

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບລູກລະເບີດທີ່ຕົກຄ້າງ ແລະ ສຳພາວຸດປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ສປປ ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ມອບລູກລະເບີດທີ່ຕົກຄ້າງ ແລະ ສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການວາງສະແດງຢູ່ຫໍພິິພິທະພັນກອງທັບປະຊາຊົນລາວ, ຊຶ່ງປະກອບມີລູກບົມໃຫ່ຍ, ບົ່ມບີ, ລູກປືນຄົກ, ລູກປືນໃຫຍ່, ລູກຈະຫຼວດ, ສໍາພາວຸດອື່ນໆອີກຈໍານວນ 14 ລາຍການ. ນອກຈາກນີ້,…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 530 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 28 ຕຸລາ 2021 ນີ້​ໃຫ້ຮູ້ວ່າ: ການກວດ​ວິ​ເຄາະ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 27 ຕຸລາ  2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະ​ທັງ​ໝົດ 5.597 ຕົວ​ຢ່າງ, ​ກວດພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ 530  ຄົນ,…

ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ປັບປຸງ ໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ

ໂຄງການກໍ່ສ້າງ ແລະ ປັບປຸງ ໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປູ່ນໄດ້ມີພິທີມອບ-ຮັບເມື່ອມໍ່ໆມານີ້ ຊຶ່ງຢູ່ໂຮງໝໍເສດຖາທິຣາດ ລັດຖະບານຍີ່ປຸ່ນໄດ້ຊ່ວຍສ້າງຕຶກສຸກເສີນ ແລະ ກວດເຂດນອກ ແລະ ອຸປະກອນການແພດ.  ເຂົ້າຮ່ວມໃນພິທີມີທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງສາດສະດາຈານ…

ເບຍລາວປະຕິເສດບໍ່ກ່ຽວຂ້ອງກັບຢາບ້າ 10 ລ້ານເມັດທີ່ຢືດໄດ້ທີ່ແຂວງບໍ່ແກ້ວ

ຈາກກໍລະນີທີ່ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວໄດ້ກວດພົບ ແລະ ຢືດຢາບ້າຈໍານວນ 10 ລ້ານເມັດ ເມື່ອມໍ່ໆມານີ້ ທີ່ແຂວງບໍ່ແກ້ວ ຊຶ່ງຢາບ້າຈໍານວນດັ່ງກ່າວແມ່ນໄດ້ຊຸກເຊື່ອງໄວ້ຢູ່ກ້ອງລັງເບຍເປົ່າທີ່ມີໂລໂກຂອງບໍລິສັດເບຍລາວ ຢູ່ເທິງລົດບັນທຸກເພື່ອກຽມຂົນອອກຈາກແຂວງບໍ່ແກ້ວມານະຄອນຫຼວງວຽງຈັນນັ້ນ ບໍລິສັດເບຍລາວຈໍາກັດໄດ້ອອກຖະແຫຼງຂ່າວເມື່ອວັນທີ 27 ຕຸລາ 2021 ທີ່ຜ່ານມາວ່າບໍລິສັດບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບກໍລະນີທີ່ລັກລອບຂົນສົ່ງຢາເສບຕິດດັ່ງກ່າວ.ເນື້ອໃນບາງຕອນຂອງບົດຖະແຫຼງຂ່າວລະບຸໄວ້ວ່າ: ບໍລິສັດເບຍລາວຍາມໃດກໍມີນະໂຍບາຍຕ້ານ ແລະ ສະກັດກັ້ນການລັກລອບຄ້າຢາເສບຕິດ ແລະ…