ຍີ່ປຸ່ນຊ່ວຍຍົກລະດັບການສຶກສາຊົນເຜົ່າຢູ່ແຂວງອຸດົມໄຊ
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າຈຳນວນ 526,999 ໂດລາສະຫະລັດ ໃນວັນທີ 3 ທັນວາ 2019 ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ, ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວ ແມ່ນໂຄງການທີ່ມີຊື່ວ່າ “ການສຶກສາຂັ້ນພື້ນຖານສຳລັບເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ” ເຊິ່ງໃນປີທີ 1 ມີຈຸດປະສົງທີ່ຈະປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ແລະ ກະກຽມກ່ອນເຂົ້າຮຽນໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ເມືອງປາກແບ່ງ,…