ໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງ ແຕ່ປ້ອງກັນໄດ້

ໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງ ແຕ່ປ້ອງກັນໄດ້

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ຍັງພົບກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທຸກໆ ວັນ ແລະ ຍັງໜ້າເປັນຫ່ວງ. ແຕ່ເຖິງແມ່ນວ່າໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງຖ້າທຽບກັບໄຂ້ອື່ນໆ ແຕ່ກໍສາມາດປ້ອງກັນໄດ້.

ໃນແຕ່ລະປີ ປະຊາຊົນລາວ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຍັງມີໂຕເລກທີ່ຍັງໜ້າວິຕົກ, ຊຶ່ງນັບແຕ່ທ້າຍເດືອນທັນວາ 2019 ຮອດປັດຈຸບັນມີຜູ້ເສຍຊີວິດແລ້ວ 8 ຄົນ ແລະ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 3.700 ກໍລະນີ, ສະເພາະປີ 2019 ມີຜູ້ເສຍຊີວິດສູງເຖິງ 76 ຄົນ ໃນທົ່ວປະເທດ.

 ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວິທີປ້ອງກັນຈາກໄຂ້ຍຸງລາຍໂດຍໃຫ້ປະຕິບັດດັ່ງນີ້: ການປ້ອງກັນໄຂ້ຍຸງລາຍທຸກຄົນຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ ບໍ່ມີໜອນນ້ຳ, ບໍ່ມີຍຸງລາຍ, ບໍ່ມີໄຂ້ຍຸງລາຍ. ພ້ອມນັ້ນ ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເຊັ່ນ: ປິດຝາ​ພາຊະນະ​ທີ່​ເກັບ​ນ້ຳ​ໃນເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່ໃຫ້​ຍຸງ​ລາຍມາ​ໄຂ່​ໃສ່, ປ່ຽນ​: ນ້ຳ​ໃນ​ພາຊະນະ ເຊັ່ນ: ເຕົ້າ​ດອກ​ໄມ້, ນ້ຳຮອງ​ຕີນ​ຕູ້, ຖ້ານ​ຮອງ​ຈອກ​ນ້ຳ,ປ່ອຍ​ ປາ​ຫາງ​ນົກ​ຍຸງເພື່ອ​ກິນໜອນ​ນ້ຳ, ປັບປຸງ ​ການ​ອະນາໄມ ສິ່ງແວດລ້ອມ​ອ້ອມ​ເຮືອນ ​ບໍ່​ໃຫ້​ມີກະໂປະກະ​ປ໋ອງ, ຢາງ​ຕີນລົດ​ເກົ່າທີ່​ມີ​ນ້ຳ​ຂັງ, ປະຕິບັດ: ​ໃຫ້​ເປັນ​ນິໄສ ປະຈຳ​ທຸກໆ​ອາທິດ.

ນອກນັ້ນຖ້າ​ເປັນໄຂ້ໃຫ້​ຮີບຮ້ອນໄປ​ພົບ​ແພດ​ໝໍ​ດ່ວນ, ຫາກທຸກ​ຄົນ​ປະຕິບັດ​ໄດ້​ຕາມ 5 ປ ຢ່າງເຂັ້ມ​ງວດ ​ກໍ່​ຈະ​ສາມາດ​ຫຼຸດຜ່ອນ, ປ້ອງ​ກັນ​ການ​ເຈັບເປັນ ແລະ ​ສະກັດກັ້ນ​ການ​ແຜ່ລະບາດຂອງ​ເຊື້ອ​ພະຍາດໄຂ້ຍຸງລາຍ​ໃຫ້ຫຼຸດລົງ​ເທື່ອ​ລະ​ກ້າວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply