ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ອັດຕາການຕາຍຂອງແມ່ ແລະ ເດັກຢູ່ລາວໄດ້ຫຼຸດລົງຕາມລໍາດັບ ແຕ່ຖ້າທຽບໃສ່ບັນດາປະເທດຕ່າງໆໃນໂລກ, ອັດຕາການຕາຍຂອງແມ່ຢູ່ ສປປ ລາວ ກໍຍັງສູງຢູ່ຄືຫຼາຍກວ່າ 1 ຄົນທີ່ເສຍຊີວິດຕໍ່ມື້ໃນເວລາ ເກີດລູກ ແລະ ອີກ 30 ຄົນມີຄວາມສ່ຽງ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ.
ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເມື່ອບໍ່ດົນມານີ້ ທີ່ກອງປະຊຸມ ວິຊາການ ແລະ ພິທີສະເຫຼີມສະຫຼອງວັນຜະດຸງຄັນສາກົນວ່າ: ການຕາຍຂອງແມ່ຕິດພັນກັບການຖືພາ, ການເກີດລູກ ຍັງເປັນສາເຫດຕົ້ນຕໍ ແລະ ເປັນສິ່ງທ້າທາຍ ໃນການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ (SDGs). ອີງຕາມຜົນການສຳຫລວດ ເມື່ອບໍ່ດົນມານີ້ ໄດ້ຊີ້ໃຫ້ເຫັນວ່າໃນທົ່ວປະເທດ ທຸກໆມື້ຈະມີແມ່ຍິງລາວທີ່ຖືພາ ແລະ ເກີດລູກໄດ້ເສຍຊີວິດ ແລະ ຍັງມີຄວາມສ່ຽງສູງໂດຍສະເພາະຜູ້ຢູ່ເຂດຊົນນະບົດ ທີ່ອາໃສຫ່າງໄກສອກຫຼີກ ທີ່ບໍ່ມີ ສຸກສາລາ.
ທ່ານ ບຸນແຝງໄດ້ກ່າວຕື່ມວ່າ: ຫຼາຍປີທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ຂະຫຍາຍຕາໜ່າງ ແລະ ການບໍລິການສາທາລະນະສຸກ ໄປຫຼາຍຂົງເຂດ ແລະ ມີການບໍລິການທີ່ມີຄຸນນະພາບດີຂຶ້ນ ອັນໄດ້ເຮັດໃຫ້ການເຈັບ ແລະ ການຕາຍ ເປັນຕົ້ນແມ່ນການເຈັບ ແລະ ການຕາຍຂອງແມ່ ແລະ ເດັກນ້ອຍໄດ້ຫລຸດລົງເທື່ອລະກ້າວ ແຕ່ຖ້າທຽບໃສ່ພາກພື້ນ ແລະ ສາກົນແລ້ວ ກໍຍັງມີອັດຕາການຕາຍ ແລະ ຄວາມສ່ຽງສູງຢູ່.
ການສະເຫຼີມສະຫຼອງ ວັນຜະດຸງຄັນສາກົນ ປີ 2020ນີ້ ພາຍໃຕ້ຄໍາຂວັນ “ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19” ຈັດໂດຍສະມາຄົມນັກຜະດຸງຄັນ ແຫ່ງສປປ ລາວ
ຮ່ວມມືກັບ ພະແນກສຸຂະສຶກສາ ກະຊວງສາທາລະນະສຸກ ໂດຍການສະໜັບສະໜຸນ ຂອງອົງການສະຫະປະຊາຊາດ
ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA).
ຂ່າວ: ວຽງຈັນທາຍ

