Visit BigblueAgency
ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ແຂວງໄຊສົມບູນ ສໍາເລັດ 100%

ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ແຂວງໄຊສົມບູນ ສໍາເລັດ 100%

ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ແຕ່ຂົວນໍ້າຍອນ ຫາ ບ້ານ ລ້ອງແຈ້ງ, ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໄດ້ກໍ່ສ້າງສໍາເລັດ 100% ພາຍຫຼັງ ດໍາເນີນການກໍ່ສ້າງແຕ່ຕົ້ນເດືອນກຸມພາ ປີ 2014 ເປັນຕົ້ນມາ, ຊຶ່ງມີຄວາມຍາວທັງໝົດ 40 ກິໂລແມັດ, ກ້ວາງ 6 ແມັດ ແລະ ເປັນທາງປູຢາງ 2 ຊັ້ນ.

ທ່ານ ໄຊສົມພອນ ສຸກສີວົງໄຊ, ຫົວໜ້າໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກ 5A ໄດ້ລາຍງານໃຫ້ຮູ້ກ່ຽວກັບໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກ 5A ຊ່ວງທີ 1 ວ່າ : ເສັ້ນທາງຫຼວງແຫ່ງຊາດ 5A ເປັນ 1 ໃນ 3 ໂຄງການບຸລິມະສິດ ຂອງລັດຖະບານ ທີ່ຖຶກຈັດຕັ້ງປະຕິບັດຢູ່ແຂວງໄຊສົມບູນ, ຊຶ່ງມີໜ້າວຽກໃນການກໍ່ສ້າງ ເຊັ່ນ: ວຽກບຸກເບີກ, ວຽກຖົມດິນຍົກລະດັບ, ວຽກຢາຍຫິນຊັ້ນ1, ຊັ້ນ2, ວຽກກໍ່ສ້າງທໍ່ກົມ, ວຽກກໍ່ສ້າງຮ່ອງນໍ້າຂ້າງທາງ, ວຽກກັນເຈື່ອນທາງໂດຍໃສ່ຕາໜ່າງເຫຼັກ, ວຽກກໍ່ສ້າງຂົວ, ວຽກແຕ້ມເສັ້ນແບ່ງ ແລະ ປ້າຍຈະລາຈອນ, ວຽກຫລັກໝາຍກິໂລແມັດ ແລະ ວຽກປ້ອງກັນອື່ນໆ.

ລັດວິສະຫະກິດ ວິສະວະກໍາຄົມມະນາຄົມ ເປັນບໍລິສັດທີ່ປຶກສາ ແລະ ບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ເປັນບໍລິສັດຮັບເໝົາກໍ່ສ້າງ, ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 304 ຕື້ກວ່າກີບ.

ພະແນກໂຍທາທິການ ແລະ ຂົນສົ່ງໄດ້ຈັດພິທີເປີດການນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ດັ່ງກ່າວຂຶ້ນໃນວັນທີ 22 ກໍລະກົດ ຜ່ານມານີ້ ຢູ່ພະແນກສຶກສາທິການ ແລະ ກິລາ ແຂວງ, ໂດຍການເຂົ້າຮ່ວມ ຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ບຸນທັນ ປັນຍາທິລາດ, ປະທານບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply