ທົ່ວໂລກເສຍຊີວິດແລ້ວ  647.595 ຄົນ ຍ້ອນພະຍາດໂຄວິດ-19

ທົ່ວໂລກເສຍຊີວິດແລ້ວ 647.595 ຄົນ ຍ້ອນພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ມື້ເຊົ້ານີ້ວັນທີ 26 ກໍລະກົດວ່າ: ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ໃນບັນ​ດາປະເທດໃກ້ຄຽງ ແລະ ໃນໂລກຍັງໜ້າເປັນຫ່ວງ, ຊຶ່ງມີຜູ້ເສຍຊີວິດແລ້ວ 647. 595 ຄົນ ( ໃໝ່ 5.789 ຄົນ) ຈາກຜູ້ຕິດເຊື້ອທັງໝົດ 16.189.611 ຄົນ (ໃໝ່261.340 ຄົນ) ຢູ່ 213 ປະເທດ/ເຂດ.

ສະເພາະຢູ່ຂົງເຂດອາຊີ ຍັງແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 48.472 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 238.903 ຄົນ ແລະ ເສຍຊີວິດ 6.828 ຄົນ.

ຢູ່ ສປປ ລາວ ພົບຜູ້ຕິດເຊື້ອສະສົມ 20 ຄົນ ຊຶ່ງ 19 ຄົນປິ່ນປົວຫາຍດີ ແລະ ກັບບ້ານແລ້ວ, ສ່ວນອີກ 1 ຄົນທີ່ພົບວ່າຕິດເຊື້ອໃນວັນທີ 23 ກໍລະກົດທີ່ຜ່ານມາ ເປັນເພດຊາຍ ສັນຊາດເກົາຫຼີ ກໍາລັງຮັກສາຕົວຢູ່ໂຮງໝໍ ມິດຕະພາບ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply