4 ຫົວຂໍ້ສໍາຄັນ ທີ່ຄົ້ນຄວ້າຢູ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ

4 ຫົວຂໍ້ສໍາຄັນ ທີ່ຄົ້ນຄວ້າຢູ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ

ຄະນະລັດຖະບານ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບົດລາຍງານ ຈຳນວນ 4 ຫົວຂໍ້ສໍາຄັນ ຢູ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີໂດຍເປັນປະທານຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

4 ຫົວຂໍ້ສໍາຄັນປະກອບມີ: ການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020, ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2020 ແລະ ການດັດແກ້ຄາດໝາຍການພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020, ການຈັດຕັ້ງປະຕິບັດແຜນງົບປະມານ 5 ເດືອນຕົ້ນປີ 2020 ແລະ ການສະເໜີດັດແກ້ແຜນງົບປະມານແຫ່ງລັດ ປະຈຳປີ 2020. ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຄໍ້າປະກັນສະບຽງອາຫານ, ການຜະລິດສິນຄ້າການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ ໂດຍລວມເຫັນວ່າມີຄວາມຄືບໜ້າດີ, ການຜະລິດສະໜອງການຊົມໃຊ້ພາຍໃນ ສາມາດກຸ້ມຕົນເອງໄດ້ໂດຍພື້ນຖານ, ອັນພົ້ນເດັ່ນ ແມ່ນກະສິກອນ, ກຸ່ມຜະລິດ ແລະ ຕົວແບບດ້ານຕ່າງໆ ໄດ້ມີການຜະລິດເປັນຂະບວນກວ້າງຂວາງ ແລະ ມີປະລິມານເພີ່ມຂຶ້ນ, ດ້ານການຕະຫລາດ ກໍ່ມີຄວາມຄ່ອງຕົວດີ.

ການກຳນົດໂຄງສ້າງລາຄານໍ້າມັນເຊື້ອໄຟ ຕາມດຳລັດ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.

ທິດທາງການຜັນຂະຫຍາຍ ຜົນການພົບປະ ສສ ຫວຽດນາມ ແລະ ສປ ຈີນ, ທິດຜັນຂະຫຍາຍຜົນການປຶກສາຫາລື ກ່ຽວກັບການຜ່ອນຜັນມາດຕະການໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແພ່ລະບາດ COVID-19 ກັບ ສສ ຫວຽດນາມ ແລະ ສປ ຈີນ: ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນເອກະສານດັ່ງກ່າວຄືນຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ແລະ ກະກຽມໄປລາຍງານຕໍ່ກອງປະຊຸມ ກົມການເມືອງ ໃນຕົ້ນເດືອນສິງຫາ 2020.

ຂ່າວ-ພາບ: ກົມປະຊາສຳພັນ ສໍານັກງານນາຍົກລັດຖະມົນຕີ

Related Articles

Leave a Reply