ຜູ້ຂຶ້ນໃຊ້ບໍລິການທາງດ່ວນວຽງຈັນ-ວັງວຽງ ຖ້າຖືກປັບໃໝແບບບໍ່ຍຸດຕິທໍາສາມາດຂຽນຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງ
ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ບໍ່ປະສົງອອກນາມ) ໄດ້ແນະນຳໃຫ້ປະຊາຊົນຜູ້ທີ່ຖືກປັບໃໝ ສຳລັບການກະທຳຜິດຕາມເສັ້ນທາງດ່ວນວຽງຈັນ – ວັງວຽງ ສາມາດສົ່ງຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງເພື່ອກວດກາ ແລະ ແກ້ໄຂ. ດັ່ງທີ່ເຫດການຜູ້ຂັບລົດບັນທຸກສິນຄ້າຄັນໜຶ່ງໄດ້ໄປຕຳເອົາຂອບທາງທີ່ເປັນຄອນກຣີດຈຸດປະຕູໂຂງເມືອງໂພນໂຮງ ແຂວງວຽງຈັນ ແລະ ຖືກປັບໃໝ 5 ລ້ານກີບຍ້ອນຄວາມເສຍຫ າຍທີ່ເກີດຂຶ້ນທັງທີ່ສິ່ງກີດຂວາງນັ້ນມີຄວາມເສຍຫາຍບໍ່ຫຼາຍ.…

