Vientiane Times Lao

ລາວສືບຕໍ່ປະຕິບັດຄຳສັ່ງ15/ນຍ ແລະ ມາດຕະການຕ້ານພະຍາດໂຄວິດ-19 ຕື່ມອີກ 15 ວັນ

ລັດ​ຖະ​ບານ​ລາວຈຳ​ເປັນ​ສືບ​ຕໍ່​ປະ​ຕິ​ບັດ​ຄຳ​ສັ່ງ15/ນຍ ແລະ ມາດ​ຕະ​ການ​ຕ່າງໆ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຕື່ມ​ອີກ​ 15 ວັນຍ້ອນ​ວ່າ​ຍັງ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ລາຍ​ວັນ ແລະ ທັງ​ເປັນ​ການ​ປົກ​ປ້ອງ​ຊີ​ວິດ ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ. ທ່ານ ນາງ ທິບພະກອນ ຈັນທະວົງສາ  ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ  ໄດ້​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ທີ 19 ມິ​ຖຸ​ນາ 2021…

ແຂວງໄຊສົມບູນ ອະນຸຍາດໃຫ້ 2 ບໍລິສັດ ເອກະຊົນລົງທຶນຂຸດຄົ້ນແຮ່ເຫຼັກພາຍໃນແຂວງ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ CK ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ໄທຢຸ້ຍ (ລາວ) ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ຄໍາ, ແຮ່ເຫຼັກ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 18 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.479 ຄົນ ເມື່ອວັນທີ 17 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 7 ຄົນ…

ແຂວງ ເທື່ອທຽນເຫວ້ ມອບ​ອຸ​ປະ​ກອນ​ການ​ແພດ​ ໃຫ້ແຂວງສາລະວັນ

ແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອ ປະເພດອຸປະກອນການແພດ ໃຫ້ກັບອົງການປົກຄອງແຂວງສາລະວັນ ຊຶ່ງປະກອບມີຊຸດແພດ PPE (ໂສ້ງ, ເສື້ອ, ໝວກ, ຜ້າອັດປາກ-ດັງ, ແວ່ນຕາ ແລະ ຖົງມື) ຈຳນວນ 2.000 ຊຸດ, ຜ້າອັດປາກ-ອັດດັງ ຈຳນວນ…

ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1 ຈະສໍາເລັດ ປີ 2023

ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ1 ແຂວງ ວຽງຈັນ ກຽມລົງມືກໍ່ສ້າງໃນທ້າຍເດືອນມິຖຸນາ 2021 ນີ້ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນເດືອນມິຖຸນາ 2023 (ໂດຍກຳນົດການກໍ່ສ້າງເປັນເວລາ 2 ປີ). ທ່ານ ສູນ ມະນີວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ແລະ…

ການຂະຫຍາຍເສັ້ນທາງເທດສະບານນະຄອນຫຼວງພະບາງຈະສໍາເລັດພາຍໃນ 5 ເດືອນ

ປັດຈຸບັນນີ້ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງພະບາງ ແຂວງຫຼວງພະບາງກໍາລັງເລັ່ງຍົກຍ້າຍສິ່ງກິດຂວາງເປັນຕົ້ນເສົາໄຟຟ້າ, ເຮືອນ, ຮ້ານຄ້າ ແລະ ສິ່ງກີດຂວາງອື່ນໆທີ່ເປັນອຸປະສັກໃນການຂະຫຍາຍເສັ້ນທາງໃນເທດສະບານນະຄອນຫຼວງພະບາງ ຊຶ່ງທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫຼວງພະບາງ ຢືນຢັນວ່າການຂະຫຍາຍເສັ້ນທາງດັ່ງກ່າວນີ້ຈະສໍາເລັດຕາມແຜນພາຍໃນ 5 ເດືອນ. ທ່ານ…

ແຂວງໄຊຍະບູລີໄດ້ຮັບຜົນກະທົບໜັກກວ່າແຂວງອື່ນໆຈາກນໍ້າຖ້ວມ

ພຽງຕົ້ນລະດູຝົນເທົ່ານັ້ນ​ 4 ແຂວງຂອງລາວໄດ້ຮັບຜົນກະທົບແລ້ວຈາກໄພນໍ້າຖ້ວມທີ່ເກີດຈາກຝົນທີ່ຕົກໜັກຕິດຕໍ່ກັນຫຼາຍວັນນັບແຕ່ວັນທີ 11-13 ມິຖຸນາ 2021 ທີ່ຜ່ານມາ ໂດຍນໍ້າໄດ້ຍຶ່ງຂຶ້ນ​ຖ້ວມ​ກະ​ທັນ​ຫັນ ຊຶ່ງປະກອບມີເມືອງວັງ​ວຽງ ແລະ ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ, ຢູ່ເມືອງ​ຜາ​ໄຊ ແລະ ເມືອງ​ຄູນ ແຂວງ​ຊຽງ​ຂວາງ, ຢູ່ເມືອງ​ 7 ເມືອງ ຂອງແຂວງ​ໄຊ​ຍະ​ບູ​ລີ,…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 8 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 16 ມິຖຸນາ 2021 ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 8 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.824 ຄົນ ເມື່ອວັນທີ 15 ມິຖຸນາ 2021…