9 ບັນຫາສໍາຄັນທີ່ ທ່ານນາຍົກເນັ້ນໃຫ້ນະຄອນຫລວງເລັ່ງປະຕິບັດ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນບໍ່ດົນມານີ້ ຊຶ່ງທ່ານ​ໄດ້​ກ່າວເນັ້ນ​ໃຫ້ອໍານາດການປົກຄອງ ​ນະຄອນຫຼວງ​ວຽງ​ຈັນ ສຸມໃສ່ 9 ບັນຫາທີ່ສໍາຄັນ ໃນການຍູ້ເສດຖະກິດ. 9 ບັນຫາທີ່ສໍາຄັນປະກອບມີ: ໃຫ້ສືບຕໍ່ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສືບຕໍ່​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ ໃນຍຸກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ…

ເຂດອະນຸລັກປ່າໂຄກ ໂອງ-ມັ່ງ ໄດ້ປະກາດເປັນ ເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຣິຄາດາ ຣິເກີ ຫົວໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ເປັນປະທານໃນການເປີດເຂດອະນຸລັກປ່າໂຄກ ໂອງ-ມັ່ງ…

ເມືອງ ສີສັດຕະນາກ ປ່ອຍປາ 180.000 ກວ່າໂຕ ລົງສູ່ຄອງນໍ້າ ເຂດບ້ານດອນກອຍ

ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ປ່ອຍປາລົງສູ່ຄອງນໍ້າຢູ່ເຂດບ້ານດອນກອຍ 180.000 ກວາ່ໂຕ (ປາກິນຫຍ້າ, ປາປາກ, ປາທຳມະຊາດ, ເຕົ່າ ແລະ ສັດອື່ນໆອີກ ຈຳນວນໜຶ່ງ, ຊຶ່ງໄດ້ຈັດຂຶ້ນມື້ວານນີ້ ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13…

ທຸກຄົນຈົ່ງເປັນເຈົ້າການນຳກັນ ທຳລາຍແຫຼ່ງເພາະພັນຍຸງລາຍ

ປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ. ສະນັ້ນ, ​ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການລະບາດຂອງ​ພະຍາດ​ດັ່ງກ່າວ, ທຸກພາກສ່ວນ​ໃນ​ສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານ​ທີ່​ຕ່າງໆ ​ເປັນ​ຕົ້ນ: ຫ້ອງການ, ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ແລະ…

ເປີດອະນຸສອນສະຖານເພື່ອຈາລຶກວິລະກໍາ ຂອງຜູ້ນໍາພັກ-ແນວລາວຮັກຊາດ 16 ທ່ານ

ອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດທີ່ຄ້າຍໂພນເຄັງທີ່ບັນດາຜູ້ນຳໂຕນອອກຈາກຄຸກຂອງສັດຕູຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960, ໄດ້ເປີດຢ່າງເປັນທາງການແລ້ວ ມື້ວານນີ້ ວັນທີ 13 ກໍລະກົດ 2020 ທີ່ຄ້າຍໂພນເຄັງ ນະຄອນຫລວງວຽງຈັນ. ລັດຖະບານໄດ້ລົງທຶນ ຈຳນວນ 8,5 ຕື້ກວ່າກີບເພື່ອສ້າງອະນຸສອນສະຖານດັ່ງກ່າວ,…

ລັດກຽມປັບປຸງຫຼາຍດ້ານເພື່ອຮອງຮັບການເພີ່ມຂື້ນຂອງປະຊາກອນ

ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ລັດຖະບານ ຈະຕ້ອງໄດ້ສຸມໃສ່ລົງທຶນເພີ່ມເຕີມໃນການປັບປຸງລະບົບການສຶກສາ, ການຮຽນການສອນ, ການສະໜອງຄູໃຫ້ພຽງພໍ  ແລະ ລວມທັງການຂະຫຍາຍໂຮງຮຽນອອກສູ່ຊົນນະບົດໃຫ້ຫຼາຍຂຶ້ນ ເພື່ອຮອງຮັບປະຊາກອນລາວ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ ທີ່ເພີ່ມຂື້ນທຸກໆປີ ຊຶ່ງຄາດວ່າຮອດປີ 2030 ຈໍານວນປະຊາກອນລາວຈະມີເຖິງ 8,1 ລ້ານຄົນ.…

105 ຄົນເສຍຊີວິດ ຍ້ອນອຸບັດເຫດໃນເດືອນມີຖຸນາຜ່ານມາ

ໃນໄລຍະເດືອນມີຖຸນາຜ່ານມາ, ໄດ້ເກີດອຸປະຕິເຫດບົນທ້ອງຖະໜົນ 459 ກໍລະ­ນີ ໃນທົ່ວປະເທດ, ມີຜູ້ເສຍຊີວິດ 105 ຄົນ, ທຽບ­ໃສ່​ເດືອນ​ພຶດສະພາແມ່ນ ເພີ່ມຂຶ້ນ 59 ຄົນ. ພະແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້ລາຍງານໃຫ້ຮູ້ ຫວ່າງບໍ່ດົນມານີ້ວາ່: ປະ­ຈຸ­ບັນ, ການ​ເກີດ​ອຸ­ບັດ­ເຫດ​ຢູ່​ຕາມ​ສາຍ​ທາງ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ສ່ວນ​ໃຫຍ່​ແມ່ນ​ເກີດ…

ນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງເມືອງວຽງພູຄາ

ເກີດເຫດນໍ້າຖ້ວມກະທັນຫັນແບບປະຊາຊົນຕັ້ງຕົວບໍ່ທັນ ຍ້ອນຝົນໄດ້ຕົກຫຼາຍຊົ່ວໂມງໃນເວລາກາງຄືນ ເຮັດໃຫ້ມີນໍ້າຍຶ່ງຂຶ້ນຢູ່ຕາມຫ້ວຍ, ແມ່ນໍ້າຕ່າງໆ ບວກກັບນໍ້າໄດ້ໄຫຼລົງມາຕາມຮ່ອມພູ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນດັ່ງກ່າວ ໃນມື້ວານນີ້ ວັນທີ 12 ກໍລະກົດ ຢູ່ບ້ານນໍ້າແອ່ງ ເມືອງ ວຽງພູຄາ ແຂວງຫລວງນໍ້າທາ. ເຫດນໍ້າຖ້ວມດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າ ແລະ ຜົນເສຍຫາຍເບື້ອງຕົ້ນແມ່ນມີເນື້ອທີ່ນາທີ່ຫາກໍ່ດໍາເເລ້ວ, ສວນພຶດຜັກຈຳນວນໜຶ່ງ ຖຶກນໍ້າຊຸ; ນອກນັ້ນຍັງມີສັດລ້ຽງຈໍານວນໜຶ່ງຖືກນໍ້າພັດໄປ,…

ລັດເລັ່ງຄວບຄຸມລາຄາເຂົ້າ ຫຼັງພົບເລີ່ມມີການເໜັງຕິງ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງໃນນະຄອນຫລວງວຽງຈັນ, ຫົວໜ່ວຍທຸລະກິດເກັບຊື້ເຂົ້າ, ໂຮງສີ, ຊາວນາ, ຜູ້ປະກອບການຂາຍຍົກ-ຂາຍຍ່ອຍເຂົ້າກິນໃຫ້ຮູ້ວ່າ: ນັບແຕ່ວັນທີ 9 ກໍລະກົດ 2020 ເປັນຕົ້ນໄປໃຫ້ບັນດາຊາວນາ…

ເຂດປ່າໂຄກອະນຸລັກ ໂອງ-ມັ່ງ ຈະປະກາດເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ

ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ກຽມປະກາດເຂດປ່າໂຄກໂອງ-ມັ່ງ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ໃນວັນທີ 13 ກໍລະກົດທີ່ຈະມາເຖິງນີ້ ທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ ເມືອງຊົນບູລີ, ຊຶ່ງເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ. ເຂດອະນຸລັກດັ່ງກ່າວນີ້ ຖຶວ່າເປັນເຂດອະນຸລັກສັດປ່າແຫ່ງທໍາອິດຂອງລາວ ຊຶ່ງມີເນື້ອທີ່ທັງໝົດ…