ລັດກຽມປັບປຸງຫຼາຍດ້ານເພື່ອຮອງຮັບການເພີ່ມຂື້ນຂອງປະຊາກອນ
ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ລັດຖະບານ ຈະຕ້ອງໄດ້ສຸມໃສ່ລົງທຶນເພີ່ມເຕີມໃນການປັບປຸງລະບົບການສຶກສາ, ການຮຽນການສອນ, ການສະໜອງຄູໃຫ້ພຽງພໍ ແລະ ລວມທັງການຂະຫຍາຍໂຮງຮຽນອອກສູ່ຊົນນະບົດໃຫ້ຫຼາຍຂຶ້ນ ເພື່ອຮອງຮັບປະຊາກອນລາວ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ ທີ່ເພີ່ມຂື້ນທຸກໆປີ ຊຶ່ງຄາດວ່າຮອດປີ 2030 ຈໍານວນປະຊາກອນລາວຈະມີເຖິງ 8,1 ລ້ານຄົນ.…

