ລາວ-ຍີ່ປຸ່ນ ຈະປັບປຸງສະໜາມບິນສາກົນວັດໄຕເພື່ອຄວາມຕ້ອງການໃນ 30 ປີຕໍ່ໜ້າ
ອົງການໄຈກາ ປະຈໍາລາວ ແລະ ກົມການບິນພົນລະເຮືອນ ເມື່ອບໍ່ດົນມານີ້ໄດ້ເຊັນບົດບັນທຶກເພື່ອຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງດ້ານວິຊາການໃນການສືບຕໍ່ປັບປຸງສະໜາມບິນສາກົນວັດໄຕ. ໂຄງການດັ່ງກ່າວ ຈະໄດ້ດໍາເນີນການສຶກສາດ້ານຄວາມຕ້ອງການໃນໄລຍະ 20-30 ປີຕໍ່ໜ້າ ໂດຍພິຈາລະນາຈາກຜົນກະທົບຂອງພະຍາດໂຄວິດ-19 ແລະ ຈະສ້າງເປັນແຜນໄລຍະກາງ ແລະ ໄລຍະຍາວໃນການຂະຫຍາຍ ແລະປັບປຸງສະໜາມບິນສາກົນວັດໄຕໃນອະນາຄົດ. ໂຄງການປັບປຸງລວມມີ ສິ່ງອໍານວຍຄວາມສະດວກພາຍໃນອາຄານຜູ້ໂດຍສານ ແລະ ການຂະຫຍາຍທາງຂຶ້ນ-ລົງຂອງຍົນ ແລະ…

