ເນື້ອທີ່ກະສິກໍາ ຫຼາຍກວ່າ 4 ເຮັກຕາ ຖຶກຝູງຕັກແຕນທໍາລາຍຢູ່ ແຂວງ ຜົ້ງສາລີ

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃໝ່ ແຂວງ ຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ 2020 ນີ້, ໄດ້ມີຝຸງຕັກແຕນໄມ້ປ່ອງລະບາດທໍາລາຍເຂົ້າໄຮ່ ແລະ ພຶດກະສິກໍາອື່ນໆ ຂອງປະຊາຊົນຢູ່ບ້ານເພຍລໍໃໝ່  ເມືອງໃໝ່ ແຂວງຜົ້ງສາລີ, ຖຶກເສຍຫາຍຫຼາຍກວ່າ 4 ເຮັກຕາ ທີ່ເປັນເນື້ອທີ່ເຂົ້າໄຮ່…

ສສຊ ໄດ້ຮັບຮອງດ້ານຫລັກການ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ

ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳຄິດຄຳເຫັນ, ພິຈາລະນາ ແລະ ໄດ້ລົງຄະແນນສຽງ ຮັບຮອງດ້ານຫລັກການ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ທີ່ສະເໜີໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ມື້ວານນີ້ ວັນທີ 29 ມິຖຸນາ 2020 ທີ່ກອງປະຊຸມສະໄໝສາມັນເທື່ອທີ…

ຝົນຈະຕົກເປັນບໍລິເວນກ້ວາງ ອາດເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ໃນໄລຍະວັນທີ 01-05 ກໍລະກົດ ຈະມີຄວາມກົດດັນອາກາດຕໍ່າ ຂອງອາກາດຮ້ອນ ຈະເພີ່ມກໍາລັງແຮງຂຶ້ນ ປົກຄຸມຢູ່ພາກເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ. ດັ້ງນັ້ນ,…

ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ

ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ຕະຫຼາດໃຫ່ຍສໍາລັບສິນຄ້າກະສິກໍາຂອງລາວ 80% ແມ່ນສົ່ງອອກໄປ ສປ ຈີນ ຊຶ່ງສປປ ລາວ ເຮົາໄດ້ສໍາເລັດການເຈລະຈາເຕັກນິກເປີດຕະຫຼາດ ແລະ ໄດ້ສໍາເລັດຂໍ້ກໍານົດເງືີ່ອນໄຂດ້ານສຸຂະນາໄມພືດ ສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ…

ບານເຕະລາວລີກ 2 ເປີດສະໜາມທ້າຍເດືອນກໍລະກົດນີ້

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ມີທັງຫມົດ 14 ທີມ ເຂົ້າຮ່ວມ, ໂດຍໄດ້ແບ່ງອອກເປັນ 2 ກຸ່ມ (ກຸ່ມລະ 7 ທີມ) ແລະ ຈະ​ເປີດສະໜາມແຂ່ງຂັນ ໃນ​ວັນ​ທີ 25…

ລັດເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ປະຢັດ​ລາຍ​ຈ່າຍໃນ 6 ເດືອນທ້າຍປີ

ໃນ 6 ເດືອນ​ທ້າຍ​ປີ 2020 ນີ້, ລັດຖະບານ ແນໃສ່​ເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ປະຢັດ​ລາຍ​ຈ່າຍ, ລະດົມ​ທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ມາ​ດຸ່ນ​ດ່ຽງ​ງົບປະມານ ແລະ ການ​ປະຕິບັດ​ພັນ​ທະ​ຊໍາ​ລະ​ໜີ້​ເງິນ​ກູ້​ຢືມ​ພາຍ​ໃນ ແລະ ຕ່າງປະເທດ. ທ່ານ ສົມ​ດີ ດວງ​ດີ…

ລັດຈະສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າສູງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບຫຼາຍວຽກງານຈຸດສຸມທີ່ລັດຖະບານຈະປະຕິບັດໃນລະຍະ 6 ເດືອນທ້າຍປີນີ້, ໂດຍສະເພາະການກວດສອບບັນດາໂຄງການລົງທຶນຂອງລັດ ແລະ ການແກ້ໄຂບັນຫາໜີ້ສິນວ່າ: ​ ຈະສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່…

ຄົນຫາປາຈົມນໍ້າຢູ່ບຶງທາດຫລວງຍັງບໍ່ຮູ້ຊາຕາກໍາ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງປະເທດລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນຕອນບ່າຍມື້ນີ້ ວັນທີ 28 ມິຖຸນາ 2020 ເວລາປະມານ 12: 30 ໂມງ ໄດ້ເກີດເຫດຄົນຫາປາຈົມນໍ້າຢູ່ບຶງທາດຫລວງ, ຢູ່ຂ້າງຂົວຂ້າມບຶງທາດຫລວງທາງຕັດໃໝ່ ( ທາງ 450 ປີ) ບ້ານດອນນົກຂຸ້ມ…

ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລາຍ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ ໃນວັນທີ 26 ມິຖຸນາ ວ່າ: ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍເພີ່ມອີກ 1 ຄົນແລ້ວ ຢຸ່ແຂວງບໍລິຄໍາໄຊ ໝາຍຄວາມວ່າ ນັບແຕ່ທ້າຍເດືອນທັນວາປີ 2019 ຮອດປັດຈຸບັນ ຄົນລາວເສຍຊີວິດລວມແລ້ວ 6 ຄົນ ( ນະຄອນຫລວງ 2,…

ປທສ ຈະເປີດໃຊ້ລະຫັດອິນເຕີເນັດເປັນພາສາລາວ . ລາວ ໃນໄວໆນີ້

ຫ້ອງການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງກະຊວງ, ອົງການທຽບເທົ່າ, ຫ້ອງວ່າການແຂວງ ໃນຂອບເຂດທົ່ວປະເທດ ໃຫ້ຮູ້ວ່າ:  ປທສ ຈະໄດ້ເປີດໃຫ້ບໍລິການລະຫັດຊື່ອິນເຕີເນັດເປັນພາສາທ້ອງຖິ່ນກໍ່ຄືພາສາລາວ ‘‘ . ລາວ ’’ ໃນໄວໆນີ້ ຊຶ່ງລະຫັດດັ່ງກ່າວແມ່ນລະຫັດອິນເຕີເນັດທີ່ສ້າງຂຶ້ນໃໝ່ໂດຍໄດ້ຮັບອະນຸມັດຈາກອົງການ…