ປາຕາຍຢູ່ນໍ້າລີກເກີດຈາກສານເຄມີຮົ່ວໄຫຼ

ສາເຫດປາຕາຍຢູ່ນໍ້າລີກ ເມືອງກາສີ, ແຂວງວຽງຈັນ ໃນມື້ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງໝຶ່ງໃນເມືອງກາສີ.  ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 18 ກຸມພາ 2020 ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ…

ຫ້ອງວິເຄາະເຊື້ອຈຸລະໂລກ ຂອງ ສປປລາວ ໄດ້ມາດຕະຖານສາກົນ

ທ່ານໝໍ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ອະທິບາຍຊີ້ແຈງກ່ຽວກັບຜົນກວດເຊື່ອຈຸລະໂລກໂຄໂຣນາທີ່ຫ້ອງວິເຄາະຂອງ ສປປ ລາວ ຕໍ່ບັນດາທ່ານທີ່ມີຄວາມສົນໃຈວ່າບັນດາປະທດໃກ້ຄຽງພົບຜູ້ຕິດເຊື້ອ ຍົກເວັ້ນ ສປປ ລາວ. ທ່ານໝໍ ຣັດຕະນະໄຊ ມື້ວານນີ້ ວັນທີ 17 ໄດ້ຖະແຫລ່ງຂ່າວສື່ມວນຊົນ…

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດຈະຖືກພິຈາລະນາ ຢູ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນຫົວຂໍ້ໜຶ່ງທີ່ຈະຖືກນໍາເຂົ້າປຶກສາຫາລືກັນ ຢູ່ທີ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມ​ພາ 2020 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ. ອີງຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາລັບ…

ໂຮງໝໍແຂວງບໍ່ແກ້ວມີຫ້ອງຟອກໄຂ່ຫຼັງແລ້ວ

ຖືວ່າເປັນຂ່າວດີ ສຳລັບປະຊາຊົນ ແຂວງບໍ່ແກ້ວ ໂດຍສະເພາະແມ່ນຜູ້ທີ່ເປັນພະຍາດໜາກໄຂ່ຫຼັງ ເພາະນັບແຕ່ນີ້ຕໍ່ໄປ ຜູ້ທີ່ເປັນພະຍາດດັ່ງກ່າວ ບໍ່ຈຳເປັນຕ້ອງເດີນທາງໄປປິ່ນປົວ ຢູ່ໂຮງໝໍອື່ນໆ ໂດຍສະເພາະຢູ່ໂຮງໝໍໃຫຍ່ຢູ່ນະຄອນຫຼວງວຽງຈັນ ເພາະປັດຈຸບັນນີ້ ໂຮງໝໍ ແຂວງບໍ່ແກ້ວໄດ້ມີຫ້ອງ ແລະ ເປີດໃຫ້ບໍລິການຟອກໄຂ້ຫຼັງໄດ້ແລ້ວ. ທ່ານ ດຣ ອານຸສິດ ສີລິສັກ ຮອງອຳນວຍການໂຮງໝໍແຂວງບໍ່ແກ້ວໄດ້ກ່າວໃນພິທີເປີດການໃຫ້ບໍລິການຫ້ອງຟອກໄຂ່ຫຼັງ ທີ່ໄດ້ຈັດຂຶ້ນໃນ…

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ລາວ

ກອງປະຊຸມຄັ້ງທີ 5 ຂອງລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຈະຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງ ວຽງຈັນ ແລະ ກອງປະຊຸມດັ່ງກ່າວ ລັດຖະມົນຕີຕ່າງປະເທດຈາກກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ຈະເຂົ້າ…

ໄຟຟ້າອາດຈະບໍ່ພໍໃຊ້ ໃນຊ່ວງເດືອນ ມີນາ-ມີຖຸນາ ປີ 2020

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການໃນວັນທີ 10 ກຸມພາ 2020 ວ່າ: ຂໍຄວາມຮ່ວມມືໃນການ ປະຢັດພະລັງງານໄຟຟ້າ ໃນໄລຍະ ເວລາ ທີ່ມີຄວາມຕ້ອງການພະລັງ ງານໄຟຟ້າຈຳນວນຫຼາຍ (Peak Load) ຂອງແຕ່ລະວັນ ເລີ່ມແຕ່ເວລາ 13:00 ໂມງ…

ກະຊວງສາທາລະນະສຸກແຈ້ງຜົ້ງສາລີບໍ່ມີຜູ້ຕິດ ເຊື່ອໂຄໂຣນາ

ກະຊວງສາທາລະນະສຸກໄດ້ຊີ້ແຈ້ງໃນຕອນບ່າຍຂອງມື້ວັນທີ 08 ກຸມພາ 2020 ນີ້ວ່າ ກໍລະນີ ສົງໄສພະຍາດປອດອັກເສບຈາກເຊື່ອຈຸລະໂລກ ໂຄໂຣນາໄວຮັດສາຍພັນໃໝ່ 2019 ຫຼື 2019-nCoV ທັງໝົດໃນ ສປປ ລາວ ມີ 18 ກໍລະນີ ແລະ ຜ່ານການກວດຕົວຢ່າງທັງໝົດ ຖືວ່າເປັນລົບບໍ່ພົບເຊື້ອດັ່ງກ່າວ.…

ຮ່ວມໃຈສາຍໄຍໂລມາຄຳ ຈະຊ່ວຍປະຊາຊົນເມືອງນອງໃຫ້ຫລູດຜົ້ນຈາກຄວາມທຸກຈົນ

ປະຊາຊົນ 63 ຄອບຄົວທີ່ທຸກຍາກດໍາລົງຊີວິດ ຢູ່ 3 ບ້ານຄື: ບ້ານປະແນະ, ຕາຢົງ ແລະ ບ້ານລະໃກ້  ຢູ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງ ສະຫວັນນະເຂດ ອາດຈະຫຼຸດພົ້ນອອກ ຈາກຄວາມທຸກຍາກພາຍໃນປີ 2020 ນີ້ ພາຍໃຕ້ໂຄງການຮ່ວມໃຈສາຍໄຍໂລມາຄໍາໃນການມີສ່ວນຮ່ວມລຶບລ້າງຄວາມທຸກຍາກ, ຊຶ່ງໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນຈາກ…

ແພດໝໍຢືນຢັນ ‘ກິນໄຂ່ຕົ້ມ’ ບໍ່ສາມາດປົວເຊື້ອຈຸລະໂລກໂຄໂຣນາໄດ້

‘ກິນໄຂ່ຕົ້ມ‘ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກ ຫຼື ເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ແມ່ນບໍ່ມີມູນຄວາມຈິງ ທີ່ອອກຜ່ານສື່ສັງຄົມອອນລາຍໃນປະຈຸບັນ, ເປັນພຽງແຕ່ກຸ່ມຄົນບໍ່ຫວັງດີສ້າງຄວາມບໍ່ສະຫງົບໃນສັງຄົມ ຜ່ານນສື່ສັງຄົມອອນລາຍເທົ່ານັ້ນ. ທ່ານ ດຣ ຈັນທະໄລ ໄຊຍະວົງ ຫົວໜ້າ ສູນປະຕິບັດການພາວະສຸກເສີນ ພະແນກສາທາລະນະສຸກນະຄອນຫຼວງ ຢັ້ງຢືນໃນຕອນບ່າຍຂອງມື້ນີ້ ວັນມີ 07 ກຸມພາ 2020…

ຫ້າມຂຶ້ນລາຄາຜະລິດຕະພັນການແພດ ປ້ອງກັນການແຜ່ລະບາດເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການດ່ວນ ມື້ນີ້ ວັນທີ 7 ກຸມພານີ້ ວ່າດ້ວຍ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາ ອຸປະກອນການແພດ ທີ່ນຳໃຊ້ເຂົ້າໃນການປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່.…