ແຕ່ງຕັ້ງຄະນະສະເພາະກິດຕອບໂຕ້ກຸ່ມຄົນບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດທີ່ບໍ່ຫວັງດີຕໍ່ປະເທດລາວ
ລັດຖະບານລາວ ຊຶ່ງຕາງໜ້າໂດຍ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ຫຼື ຄະນະຮັບຜິດຊອບສະເພາະເພື່ອຕິດຕາມ ແລະ ຕອບໂຕ້ທັນເຫດການຕໍ່ກຸ່ມຄົນທີ່ບໍ່ຫວັງດີທັງພາຍໃນ ແລະ ຢູ່ຕ່າງປະເທດທີ່ນຳໃຊ້ສື່ສັງຄົມອອນລາຍເພື່ອໂຄສະນາໃສ່ຮ້າຍປ້າຍສີການນຳພັກ-ລັດ, ລະບອບການເມືອງຂອງ ສປປ ລາວ ແລະ ຂ່າວທີ່ສ້າງຄວາມບໍ່ສະຫງົບພາຍໃນປະເທດ. ຄະນະສະເພາະກິດດັ່ງກ່າວນີ້ມີຫນ້າທີ່ກວດສອບ ແລະ ວິເຄາະວິໄຈ ຂໍ້ມູນຂ່າວສານທີ່ກຸ່ມຄົນບໍ່ດີທີ່ໄດ້ໂພສ, ແຊຣ,…