Vientiane Times Lao

ລັດຖະບານລາວອາດຈະມີການສືບຕໍ່ປະຕິບັດຄໍາສັ່ງ 15/ນຍ ກ່ຽວກັບມາດ ຕະການປ້ອງກັນພະຍາດໂຄວິດ-19 ຕື່ມອີກຍ້ອນຍັງພົບຜູ້ຕິດເຊື້ອລາຍວັນ

ມື້ນີ້ ຫຼື ມື້ວັນທີ 20 ພຶດສະພາ 2021 ນີ້ຖືວ່າເປັນມື້ສຸດທ້າຍໃນການປະຕິບັດ ຄໍາສັ່ງ15/ນຍວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນພະຍາດໂຄວິດ-19 ພາຍຫຼັງທີ່ເລີ່ມປະຕິບັດມາແຕ່ ວັນທີ 5 ພຶດສະພາ 2021 ທີ່ຜ່ານມາ, ແຕ່ວ່າອາດຈະມີການສືບຕໍ່ປະຕິບັດຄໍາສັ່ງດັ່ງກ່າວຕື່ມອີກຍ້ອນວ່າຍັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວເປັນລາຍວັນ ເຖິງແມ່ນວ່າຫຼາຍແຂວງບໍ່ພົບຜູ້ຕິດເຊື້ອເປັນເວລາຫຼາຍກວ່າ 10…

ວັນ​ທີ 19 ພຶດ​ສະ​ພາ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 50 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 19 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 19 ພຶດສະພາ 2021ນີ້ ຈໍານວນ 50 ຄົນໃນ​ທົ່ວ​ປະ​ເທດ ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ ແຂວງບໍ່​ແກ້ວ 21 ຄົນ, ນະຄອນຫຼວງວຽງຈັນ…

ແຂວງກວາງຈິ ສສ ຫວຽດນາມ ມອບອຸປະກອນການແພດປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້ເມືອງເຊໂປນ ແລະ ເມືອງນອງ ແຂວງ​ສະ​ຫວັນ​ນະ​ເຂດ

ອຳ​ນາດ​ການ​ປົກ​ຄອງ ແຂວງກວາງ​ຈິ ສ​ສ ຫວຽດ​ນາມ ໄດ້​ມອບ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້ເມືອງເຊໂປນ ປະ​ກອບ​ມີຊຸດປ້ອງກັນພະຍາດ 700 ຊຸດ, ຜ້າອັດປາກ-ດັງ 7.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ,…

254 ຄອບຄົວຢູ່ເມືອງໂຂງໄດ້ຮັບຜົນກະທົບ ຈາກພາຍຸ ລະດູຮ້ອນ

ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໂຂງໃຫ້ຮູ້ວ່າ: ມີ 254 ຄອບຄົວທີ່​ເຮືອນ​ຂອງ​ພວກ​ເຂົາຖືກ​ລົມ​ພາ​ຍຸ​ລະ​ດູ​ຮ້ອນ​ພັດ​ເປ່​ເພ ​ຈາກ​ພາ​ຍຸ​ລະ​ດູ​ຮ້ອນ​ທີ່​ເກີດ​ຂຶ້ນ​ເມືຶ່ອເວລາປະມານ 20 ໂມງ 30 ຂອງວັນທີ 17 ພຶດສະພາ 2021 ທີ່​ຜ່ານ​ມາ ໂດຍ​ມີ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານໂຂງຫາດງິ້ວ…

ແຂວງເຊກອງ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ແລ້ວ 4 ພັນກ່ວາຄົນ

ອໍານາດການປົກຄອງແຂວງເຊກອງ ໄດ້ຮັບການແບ່ງປັນວັກຊິນປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານທັງໝົດ 12 ພັນໂດສ ຊຶ່ງປະຈຸບັນ ແຂວງເຊກອງ ສາມາດສັກວັກຊິນໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນທຸກຊັ້ນຄົນໄດ້ແລ້ວ 4 ພັນກ່ວາຄົນເທົ່າກັບ 67,3% ຂອງແຜນເປົ້າໝາຍສັກວັກຊິນໃຫ້ໄດ້ທັງໝົດ 6 ພັນຄົນ. ນາງ ບຸນຖະໜອມ ນາກລີລາ ຫົວໜ້າຂະແໜງອະນາໄມ…

ຄະ​ນະ​ຊ່ຽວ​ຊານ​ການ​ແພດ​ຈີນ 25 ທ່ານ ທີ່​ມາ​ຊ່ວຍ​​ຕ້ານ​ພະ​ຍາດ ​ໂຄວິດ-19 ຢູລາວກັບ​ຄືນ​ປະ​ເທດ​ ແລ້ວ

ຄະນະຊ່ຽວຊານການແພດ ສປ ຈີນ ທີ່​ມາຊ່ວຍເຫຼືອ ສປປ ລາວ ​ໃນ​ການຕ້ານພະຍາດໂຄວິດ-19  ໄດ້ສໍາເລັດໜ້າທີ່ ແລະ ເດີນທາງກັບຄືນປະເທດ ແລ້ວ​ເມື່ອວັນ​ທີ 18 ພຶດ​ສະ​ພາ 2021 ທີ່​ຜ່ານ​ມາໂດຍມີ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຈ່ຽງຈ້າຍຕົ່ງ…

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງ ວຽງຈັນບໍ່ອະນຸຍາດໃຫ້ບຸກຄົນ ທີ່ບໍ່ໄດ້ສັກວັກຊີນຕ້ານໂຄວິດ-19 ມາໃຊ້ບໍລິການ

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ໄດ້ອອກແຈ້ງການ ເມື່ອວັນທີ 17 ພຶດສະພາ 2021 ໃຫ້ຮູ້ວ່າ: ນັບແຕ່ວັນທີ 18 ພຶດສະພາ 2021 ເປັນຕົ້ນໄປ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ຈໍານວນ 49 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 18 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 18 ພຶດສະພາ 2021ນີ້ ຈໍານວນ 49 ຄົນໃນ​ທົ່ວ​ປະ​ເທດ ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ 8 ຄົນ, ແຂວງຈໍາປາສັກ 15…

ຜູ້ເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຖ້າມີເຈດຕະນາປິດບັງຂໍ້ມູນສ່ວນຕົວຈະຖືກປະຕິບັດວິໄນຕາມກົດໝາຍ

ທ່ານ​ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ຈາກກໍລະນີທີ່ມີຜູ້ເຂົ້າຮັບການກວດຫາເຊື້ອພະຍາດໂຄວິດ-19 ຫຼາຍທ່ານໄດ້ມີເຈດຕະນາບິດເບືອນຂໍ້ມູນສ່ວນຕົວເຊັ່ນວ່າ: ຊື່ ແລະ ນາມສະກຸນ ປອມ, ທີ່ຢູ່ປອມ ແລະ ເບີໂທລະສັບຕິດຕໍ່ປອມນັ້ນ ພາຍຫຼັງທີ່ກວດພົບເຊື້ອດັ່ງກ່າວແຕ່ບໍ່ສາມາດຕິດຕໍ່ພວກກ່ຽວໄດ້ນັ້ນ ໂດຍທີ່ທາງຄະນະສະເພາະກິດໄດ້ປະກາດຕາມຫາເປັນຈໍານວນຫຼາຍໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ…

ເຕືອນ! ປະຊາຊົນພາກກາງ ແລະ ພາກໃຕ້ ກຽມຮັບມືກັບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 4 ວັນຂ້າງໜ້າ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດໄດ້ພະຍາກອນສະພາບອາກາດໃນໄລຍະ 4 ວັນຂ້າງໜ້າວ່າ: ​ນັບແຕ່ວັນທີ 19 ຫາ 23 ພຶດສະພາ 2021 ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂຶ້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ…