Vientiane Times Lao

ຫຼາຍພາກສ່ວນມອບເງິນ ແລະ ຢາວັກຊີນຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວຍັງໜ້າເປັນຫ່ວງ, ຮອດວັນທີ 13 ພຶດສະພາ 2021 ທີ່ຜ່ານມານີ້ ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ແລ້ວສູງເຖິງ 1.482 ຄົນ ໃນຂອບເຂດທົ່ວປະເທດ, ໃນນີ້ປິ່ນປົວຫາຍດີແລ້ວ 431 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍ 1.050 ຄົນ ແລະ ເສຍຊີວິດ 1…

ບໍ່ແກ້ວມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວ 356 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວໃຫ້ຮູ້ວ່າ: ແຂວງບໍ່ແກ້ວກໍ່ບໍ່ຕ່າງຫຍັງກັບແຂວງອື່ນໆໃນຂອບເຂດທົ່ວ ປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງພາຍໃນແຂວງຮອດວັນທີ 13 ພຶດສະພາ 2021 ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ແລ້ວ 356 ຄົນ ໂດຍເປັນອັນດັບສອງຂອງປະເທດທີ່ພົບຜູ້ຕິດເຊື້ອດັ່ງກ່າວ ຮອງຈາກນະຄອນຫຼວງວຽງຈັນ ແລະ ຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ. ເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 65 ຄົນ, ເພີ່ມຂຶ້ນ 10 ຄົນຖ້າທຽບໃສ່ມື້ວານນີ້

ຄະນະສະເພາະກິດປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 13 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 65 ຄົນ ໃນມື້ວັນທີ 13 ພຶດສະພາ 2021 ນີ້ (ເພີ່ມຂຶ້ນ  10 ຄົນຖ້າທຽບໃສ່ມື້ວັນທີ…

ກະຊວງ ຮສສ ກຽມຊ່ວຍຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມກໍາລັງເກັບກໍາຂໍ້ມູນຜູ້ທີ່ໄດ້ຮັບຜົນກະທົບໜັກຈາກການ ແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດ ເພື່ອກຽມຊ່ວຍເຫຼືອ. ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)…

ສາທາລະນະສຸກ ແຂວງດຽນບຽນ ສສ ຫວຽດນາມ ມອບອຸປະກອນການແພດໃຫ້ 6 ແຂວງພາກເໜືອຂອງລາວ

ພະແນກສາທາລະນະສຸກ ແຂວງດຽນບຽນ ສສ ຫວຽດນາມໄດ້ມອບອຸປະກອນການແພດເພື່ອ ປ້ອງກັນ ພະຍາດໂຄວິດ-19 ຊຶ່ງປະກອບມີ ຜ້າອັດ ປາກ – ດັງ ຈໍານວນ 32.000 ອັນ, ຊຸດແພດປ້ອງກັນ ແລະ ຄວບຄຸມ ພະຍາດລະບາດ ຈໍານວນ 300…

ອົດສະຕຣາລີ ສຶບຕໍ່ຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ລາວ

ລັດຖະບານ ອົດສະຕຣາລີ ສຶບຕໍ່ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ໃຫ້ແກ່ ລັດຖະບານ ລາວ  ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2021 ນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ…

ກະຊວງແຜນການ ແລະ ການລົງທຶນເລັ່ງຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບ ຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19

ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານເມື່ອບໍ່ດົນມານີ້ ກ່ຽວກັບການຊ່ວຍເຫຼືອ ຫຼື ການຊອກຫາວິທີຫຼຸດຜ່ອນຜົນກະທົບທີ່ບັນດາຫົວໜ່ວຍທຸລະກິດໄດ້ຮັບຈາກພະຍາດໂຄວິດ-19 ວ່າ: ສໍາລັບນະໂຍບາຍດ້ານການເງິນຕໍ່ກັບຜູ້ລົງທຶນ, ຫົວໜ່ວຍທຸລະກິດໃດທີ່ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງເຮັດໃຫ້ບໍລິສັດມີການຂາດທຶນ. ຜູ້ດໍາເນີນທຸລະກິດທີ່ເສຍ ອາກອນກໍາໄລຕາມລະບົບການຖືບັນຊີທີ່ມີການຂາດທຶນໃນປີ, ໂດຍມີການຢັ້ງຢືນຈາກອົງການກວດ…

ລັດຖະບານຍັງອະນຸຍາດການລົງທຶນເປັນປົກກະຕິເຖິງແມ່ນວ່າຈະມີມາດຕະການຕ້ານການແຜ່ລະບາດພະຍາດໂຄວິດ-19

ລັດ​ຖະ​ບານຍັງ​ສືບ​ຕໍ່​ອະ​ນຸ​ຍາດການ​ລົງ​ທຶນ​ຕາມ​ປົກກະ​ຕິ, ພ້ອມ​ທັງ​ຊຸກ​ຍູ້​ໃຫ້​ໂຄງ​ການ​ລົງ​ທຶນຕ່າງໆ​ດຳ​ເນີນ​ກິດ​ຈະ​ການ​ຕໍ່​ໄປ​ໄດ້ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແຕ່​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ຂອງ​ພາກ​ສ່ວນກ່ຽວ​ຂ້ອງ ວາງ​ອອກ. ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ໃຫ້ຮູ້ວ່າ:…

ປກສ ແຂວງ ສະຫວັນນະເຂດ ປະຕິບັດວິໄນ ນາຍຕຳຫຼວດ 2 ນາຍອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ ແລະ ນະໂຍບາຍໃດໆ

ນາຍຕໍາຫຼວດ 2 ນາຍທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດໄດ້ຖືກປະຕິບັດວິໄນອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ ແລະ ນະໂຍບາຍໃດໆຖານເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ່ອນ, ພັກເຊົາ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ…