Vientiane Times Lao

ຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນ3. 300 ກວ່າກໍລະນີແລ້ວ ແຕ່ເສຍຊິວິດ ຍັງຢູ່ 08 ຄົນ

ມາເຖິງປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ ຊຶ່ງໄດ້ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 3. 390 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 08 ຄົນ, ຢູ່ນະຄອນຫຼວງວຽງຈັນ 03 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ,…

ພົບສົບເພດຊາຍເສຍຊີວິດໃນຖັງຕົ້ມຢາງໜາກຕອຍ ຢູ່ເມືອງຊຽງເງິນ ແຕ່ຍັງບໍ່ຮູ້ວ່າແມ່ນໃຜ

ໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ (0711625) ແຈ້ງໃຫ້ຮູ້ວ່າ: ໄດ້ພົບສົບເພດຊາຍເສຍຊີວິດຢູ່ໃນຖັງຕົ້ມຢາງໝາກຕອຍ ມື້ວານບນີ້ ວັນທີ 20 ກໍລະກົດ ທີ່ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫລວງພະບາງ ຊຶ່ງເຈົ້າໜ້າທີ່ ແລະ ທີມງານ ໜ່ວຍກູ້ຊີບໄດ້ຕັດຖັງເຫຼັກຕົ້ມຢາງໜາກຕອຍຈຶ່ງສາມາດນໍາເອົາຜູ້ເສຍຊີວິດອອກມາໄດ້, ຄາດວ່າເສຍຊີວິດມາແລ້ວ 2-3 ວັນ.…

ກິດຈະກໍາ ແລ່ນ-ຍ່າງ ເພື່ອສະເຫຼີມສະຫຼອງວັນໂອແລມປິກສາກົນ ຈະຈັດຂຶ້ນວັນສຸກນີ້

ກິດຈະກໍາ ແລ່ນ-ຍ່າງ ເພື່ອສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 126 ປີ ຈະຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຊຶ່ງກິດຈະກໍາ ຄັ້ງນີ້ ຄາດວ່າຈະມີຜູ້ເຂົ້າຮ່ວມ ປະມານ 2 ພັນກວ່າຄົນ, ສ່ວນຜູ້ທີ່ເຂົ້າຮ່ວມ ຈະໄດ້ຮັບເສື້ອ…

ຮູບປັ້ນພະເຈົ້າໄຊເຊດຖາຈະເຄື່ອນຍ້າຍຮອດແຂວງອັດຕະປືໃນວັນທີ 31 ກໍລະກົດນີ້

ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ຈະມີການເຄື່ອນຍ້າຍຮູບປັ້ນພະເຈົ້າໄຊເຊດຖາທິລາດ ຈາກນະຄອນຫລວງວຽງຈັນ ໄປປະທັບຢູ່ອະນຸສາວະລີພະເຈົ້າໄຊເຊດຖາຢູ່ແຂວງອັດຕະປື ເຊີ່ງຈະເລີ່ມເຄື່ອນຍ້າຍວັນທີ 27 ນີ້ ແລະ ຈະຮອດແຂວງອັດຕະປືໃນວັນທີ 31 ກໍລະກົດທີ່ຈະມາເຖິງ ແລະ ຍົກຂຶ້ນພະແທ່ນປະດິດສະຖານໄວ້ພ້ອມບຳເພັນກຸສົນ. ສ່ວນວັນສົມໂພດໃຫ່ຍ ຮູບປັ້ນພະເຈົ້າໄຊເຊດຖາ ຈະໄດ້ຈັດຂຶ້ນໃນວັນທີ 28 ເດືອນ ພະຈິກ…

ສື່ສັງຄົມອອນລາຍ: ກະເເຈສູ່ໂອກາດ ເເລະ ຄວາມສຳເລັດ

ຊົມເຊີຍວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 65 ປີ, ມື້ນີ້ໜັງສືພີມວຽງຈັນທາຍເລີຍຍົກໃຫ້ເຫັນຜົນສໍາເລັດຂອງນັກທຸລະກິດຍິງລາວສອງທ່ານທີ່ໃຊ້ສື່ສັງຄົມອອນລາຍໃນການໂຄສະນາຜະລິດຕະພັນຂອງຕົນຈົນໄດ້ຮັບຜົນສໍາເລັດ. ກະເເຈສູ່ໂອກາດ ເເລະ ຄວາມສຳເລັດ ແມ່ນເວົ້າເຖິງນັກທຸລະກິດຍິງສອງທ່ານ ຄື ທ່ານ ນາງ ມະໂນທິບ ສິຣິປະພັນ, ຜູ້ກໍ່ຕັ້ງ ບໍລິສັດ ກະເປົາ ນາຣີ ເເລະ ທ່ານ…

ສຸພານິມິດ ຊ່ວຍເຫຼືອເຕົາໄຟໄວໃຫ້ 10 ບ້ານເປົ້າໝາຍ

ອົງການສຸພານິມິດ ປະຈໍາລາວ ໄດ້ສະໜອງເຕົາໄຟໄວທັງໝົດ 1.988 ໜ່ວຍ, ລວມມູນຄ່າທັງໝົດ 795 ລ້ານກວ່າກີບ ເພື່ອຊ່ວຍເຫຼືອໃຫ້ 10 ບ້ານ ເປົ້າໝາຍຂອງໂຄງການ ຢູ່ ເມືອງຊົນນະ ບູລີ ແຂວງສະຫວັນນະເຂດ. ເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ຈະມອບໃຫ້ກຸ່ມເປົ້າໝາຍສະເພາະຄອບຄົວນັ້ນໆມີເດັກນ້ອຍຕ່ຳກວ່າ 5 ປີລົງມາ ທີ່ນຳໃຊ້ກ້ອນເສົ້າ,…

ທລຍ ສົ່ງເສີມການຜະລິດນົມງົວຄວາຍເປັນແຫຼ່ງສານອາຫານສຳລັບເດັກ

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເລີ່ມໂຄງການທົດລອງເພື່ອສະໜັບສະໜູນ ຊາວກະສິກອນຢູ່ແຂວງພາກເໜືອ ເພື່ອຜະລິດນົມງົວ-ຄວາຍ. ໂຄງການດັ່ງກ່າວມີເປົ້າໝາຍປັບປຸງໂພຊະນາການສໍາລັບເດັກນ້ອຍຢູ່ພາກເໜືອ ເຊິ່ງໄດ້ຮັບການສະໜັບສະໜູນເງິນກູ້ 22,5 ລ້ານໂດລາສະຫະລັດ ຈາກທະນາຄານໂລກ. ໂຄງການນີ້ ແມ່ນດໍາເນີນໄປແຕ່ປີ 2020-2024 ເພື່ອສົ່ງເສີມໃຫ້ເດັກນ້ອຍທີ່ມີອາຍຸ 12 ເດືອນຂຶ້ນໄປໄດ້ຮັບທາດໂປຼຕີນຈາກນົມໃຫ້ພຽງພໍເພື່ອພັດທະນາສຸຂະພາບໃຫ້ແຂງແຮງ. ອີງຕາມຂໍ້ມູນຈາກ ທລຍ, ອັດຕາການຂາດສານອາຫານຍັງສືບຕໍ່ສູງຄື: ປະຊາກອນລາວປະມານ…

ພົບແລ້ວສົບເດັກນ້ອຍທີ່ຈົມນໍ້າຢູ່ເມືອງໄຊທານີ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ແຈ້ງໃຫ້ຮູ້ໃນ ວັນທີ19 ກໍລະກົດວ່າ: ໄດ້ພົບແລ້ວສົບເດັກນ້ອຍທີ່ຈົມນໍ້າໃນວັນທີ 17 ກໍລະກົດທີ່ຜ່ານມາ ຢູ່ ເຂດທ່ານໍ້າບ້ານທ່າຈຳປາ ເມືອງໄຊທານີ ນະຄອນຫລວງວຽງຈັນ. ການພົບສົບດັ່ງກ່າວແມ່ນເວລາປະມານ 8 ໂມງ 20 ນາທີ…

ລັດວິສາຫະກິດໄຟຟ້າລາວເລີ່ມຫຼຸດຄ່າໄຟແລ້ວ, ແຕ່ຍັງບໍ່ມີການຄິດໄລ່ຄືນຫຼັງຄ່າສ່ວນຫຼຸດຕາມການຕົກລົງ

ລັດວິສາຫະກິດໄຟຟ້າລາວເລີ່ມຫຼຸດຄ່າໄຟຟ້າຕາມທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຫັນດີຕົກລົງຫຼຸດຄ່າໄຟຟ້າໃນໄລຍະການລະບາດຂອງພະຍາດໂຄວິດ-19 ແຕ່ເລີ່ມສະເພາະເດືອນກໍລະກົດນີ້ເທົ່ານັ້ນ ຊຶ່ງຕາມການຕົກລົງແມ່ນໃຫ້ຄິດໄລ່ຄືນຫຼັງນັບແຕ່ເດືອນ ເມສາ 2020 ເປັນຕົ້ນມາ. ການຫຼຸດດັ່ງກ່າວນີ້ ຖືວ່າແມ່ນຫຼຸດສະເພາະກຸ່ມທີ່ໃຊ້ໄຟຟ້າຂະໜາດ 151 ຫາ 461 ກິໂລວັດໂມງ/ເດືອນເທົ່ານັ້ນ ໝາຍຄວາມວ່າ ຜູ້ທີ່ໃຊ້ໄຟຟ້າແຕ່ 151 ຫາ…

ລາວ ອາດຈະເສຍລາຍຮັບຫຼາຍກວ່າ 483 ລ້ານໂດລາ ຈາກການສົ່ງອອກສິນຄ້າ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເມື່ອບໍ່ດົນມານີ້ ທີ່ກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສປປ ລາວ ອາດຈະສູນເສຍລາຍຮັບຈາກການສົ່ງອອກສິນຄ້າສູງເຖິງ 483,3 ລ້ານໂດລາ ຫຼື ປະມານ…