24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ແຈ້ງໃຫ້ຮູ້ວ່າ: ທົ່ວປະເທດມີເນື້ອທີ່ຕົກຄ້າງລະເບີດບໍ່ທັນແຕກແຕ່ສະໄໝສົງຄາມທັງໝົດ 87.000 ກິໂລຕາເເມັດ ຫຼື ຫຼາຍກວ່າ 8 ລ້ານ ເຮັກຕາ, ໃນນີ້ສາມາດຢືນຢັນພື້ນທີ່ມີລະເບີດສະເພາະລູກຫວ່ານໄດ້ທັງໝົດ 1 ແສນກວ່າ ເຮັກຕາ ແລະ ສາມາດເກັບກູ້ໄດ້ແລ້ວ 60.190 ເຮັກຕາ. ແຕ່ກໍ່ຍັງມີອຸປະຕິເຫດທີ່ເກີດຈາກລະເບີດບໍ່ທັນແຕກຢູ່ທຸກໆປີ…

