Vientiane Times Lao
ST ກຣຸບຈຳກັດມອບເງິນ 350 ລ້ານກີບ ປະຕິ ສັງຂອນວັດພຸດທະວັນນາຣາມ ບ້ານເມືອງກາງ

ST ກຣຸບຈຳກັດມອບເງິນ 350 ລ້ານກີບ ປະຕິ ສັງຂອນວັດພຸດທະວັນນາຣາມ ບ້ານເມືອງກາງ

ບໍລິສັດ ST ກຣຸບ ຈຳກັດ ໄດ້ມອບເງິນອຸປະຖຳ ຈຳນວນ 350  ລ້ານກີບ ໃຫ້ແຂວງ ຈຳປາສັກ ເພື່ອນຳໄປປະຕິສັງຂອນ ວັດພຸດທະວັນນາຣາມ ບ້ານເມືອງກາງ ເມືອງຈຳປາສັກ ຊຶ່ງພິ​ທີມອບເງິນຊ່ວຍເຫຼືອ​ດັ່ງ​ກ່າວ​ ໄດ້​ຈັດ​ຂຶ້ນ​ເມື່ອ​ມໍ່ໆ​ມາ​ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ກ່າວມອບໂດຍ ທ່ານ ສິດທິໄຊ ໄຊຊະນະ ຕາງຫນ້າໃຫ້ກັບບໍລິສັດ ST ກຣຸບ ຈຳກັດ ແລະ ເປັນກຽດກ່າວຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພະຍານ.

ການປະຕິສັງຂອນ ວັດພຸດທະວັນນາຣາມ ແມ່ນເປັນສ່ວນໜຶ່ງຂອງເປົ້າໝາຍການສ້າງເມືອງບູຮານ ຢູ່ແຂວງຈຳປາສັກ ເພື່ອ ສົ່ງເສີມການທ່ອງທ່ຽວ ທີ່ຕິດພັນກັບ ປະຫວັດສາດ ແລະ ວັດທະນະທຳ ທີ່ເກົ່າແກ່, ຊຶ່ງວັດພຸດທະວັນນາຣາມ ເປັນວັດທີ່ເກົ່າແກ່ທີ່ສຸດ ໃນເມືອງຈຳປາສັກ ກໍ່ຕັ້ງມາໄດ້ເກືອບ 500 ກວ່າປີ (ພສ. 2042 ຫຼື ຄສ. 1499), ມີເອກະລັກສະເພາະ ເປັນການປະສົມປະສານທາງດ້ານສະຖາປັດຕະຍະກຳຕ່າງໆ ທີ່ຈົບງາມ, ມີອາຄານເກົ່າແກ່ 5 ຫຼັງ ຄື: ພັດທະສິມມາ, ຫໍພຣະໄຕປິດົກ, ຫໍແຈກ ແລະ ກຸຕິ 2 ຫຼັງ.

ໃນເມື່ອກ່ອນ ວັດແຫ່ງນີ້ໄດ້ກາຍເປັນສູນກາງ ທາງພຸດ ທະສາສະໜາ, ເປັນໂຮງຮຽນປະລິຍະຕິທຳ ໃນນະຄອນ ຈຳປາສັກ, ເປັນບ່ອນສຶກສາຄົ້ນຄວ້າຮ່ຳຮຽນ ຂອງພຣະ ສົງສຳມະເນນ ແລະ ຊາວພຸດທັງຫຼາຍ ຊຶ່ງຫໍພຣະໄຕປິ ດົກ ປະກອບມີໜັງສືໃບລານຫຼາຍເຖິງ 5.000 ກວ່າຜູກ ອັນໄດ້ກາຍເປັນມໍລະດົກທີ່ລ້ຳຄ່າ ແລະ ມີແຫ່ງດຽວ ຢູ່ ແຂວງພາກໃຕ້ຂອງລາວເຮົາ.

ປະຈຸບັນ ອາຄານທີ່ເກົ່າແກ່ທັງ 5 ຫຼັງ ໄດ້ຊຸດໂຊມໄປ ຕາມການເວລາ, ດັ່ງນັ້ນ ຈຶ່ງມີໂຄງການປະຕິສັງຂອນ ອາຄານວັດພຸດທະວັນນາຣາມ ບ້ານເມືອງກາງຄືນໃໝ່ ເພື່ອບູລະນະປະຕິສັງຂອນມໍລະດົກອັນລ້ຳຄ່ານີ້ໃຫ້ສືບ ຕໍ່ເປັນມໍລະດົກທາງດ້ານວັດທະນະທຳຂອງຊາດ ລາວ ເຮົາຕະຫຼອດໄປ.

ຂໍ້ມູນຂ່າວ: ຈໍາປະສັກ

Related Articles

Leave a Reply