Visit BigblueAgency
ຂະແໜງພາສີຈັດເກັບລາຍຮັບໄດ້ 6.982ຕື້ກີບໃນປີ 2021

ຂະແໜງພາສີຈັດເກັບລາຍຮັບໄດ້ 6.982ຕື້ກີບໃນປີ 2021

ກົມພາສີ ກະຊວງການເງີນປະຕິບັດການຈັດເກັບລາຍຮັບໃນປີ 2021 ໄດ້ 6.982 ຕື້ກີບ ເທົ່າກັບ 85,15% ຂອງແຜນການປີ.

ຕົວເລກດັ່ງກ່າວຖືກລາຍງານໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ປະຈໍາປີ 2021;  ກໍານົດທິດທາງແຜນການ ແລະ ມາດຕະການ ປະຈໍາປີ 2022 ຂອງຂະແໜງພາສີ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.

ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີໄດ້ລາຍງານຕໍ່ກອງປະຊຸມວ່າ: ການຈັດເກັບລາຍຮັບປີ 2021 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 8.200 ຕື້ກີບ, ປະຕິບັດໄດ້ 6.982 ຕື້ກີບ ເທົ່າກັບ 85,15% ຂອງແຜນການປີສົມທຽບໄລຍະດຽວກັນເພີ່ມຂຶ້ນ 7,66% ເທົ່າກັບ 486 ຕື້ກີບ, ໃນນັ້ນ, ແຂວງທີ່ປະຕິບັດໄດ້ລື່ນແຜນມີແຂວງສະຫວັນນະເຂດປະຕິບັດໄດ້ລື່ນແຜນການປີ 92,01ຕື້ກີບ, ແຂວງຫຼວງນໍ້າທາລື່ນແຜນການ  62,82 ຕື້ກີບ, ແຂວງອັດຕະປື ປະຕິບັດໄດ້ລື່ນແຜນການ  9,13 ຕື້ກີບ ແລະ ແຂວງຫົວພັນປະຕິບັດໄດ້ລື່ນແຜນການ 0,81 ຕື້ກີບ.

Related Articles

Leave a Reply