ໃນໂອກາດເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13 ໃນວັນທີ 19 ກັນຍາ 2025 ຜ່ານມາ, ຢູ່ສໍານັກງານອົງການສະຫະປະຊາຊາດ ທີ່ ເຊີເເນວ ປະເທດສະວິດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພິທີມອບ-ຮັບ ໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນປີ 2026.
ສປປ ລາວ ເປັນໜຶ່ງ ໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2010, ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ສໍາລັບ ສປປ ລາວ ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ເຊິ່ງຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນ ຫຼວງວຽງຈັນ.
ໂອກາດນີ້, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ໃນໂລກ ເຊິ່ງມີລະ ເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖິ້ມລົງໃສ່ຜືນແຜ່ນດິນລາວໃນປາງສົງຄາມອິນດູຈີນ. ໃນນັ້ນ, ມີລະເບີດລູກຫວ່ານ ຫຼື ໂບມບີ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນດິນລາວ.
ທ່ານລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫລັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງຈາກປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊິວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ແມ່ນເດັກນ້ອຍໄດ້ຮັບເຄາະຮ້າຍຫຼາຍກວ່າໝູ່. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາໃນດ້ານຕ່າງໆຂອງ ສປປ ລາວ.
ທີ່ມາ: ຂປລ