Visit BigblueAgency
ຫຼາຍປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໄດ້ປິດ ບໍລິການ ຍ້ອນບໍລິສັດນໍາເຂົ້າສະໜອງນໍ້າມັນ ບໍ່ພຽງພໍ

ຫຼາຍປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໄດ້ປິດ ບໍລິການ ຍ້ອນບໍລິສັດນໍາເຂົ້າສະໜອງນໍ້າມັນ ບໍ່ພຽງພໍ

 ປັດຈຸັນນີ້, ທົ່ວປະເທດໄດ້ພົບວ່າຫຼາຍປໍ້ານໍ້າມັນຂາຍຍ່ອຍນໍ້າມັນເຊື້ອໄຟໄດ້ປິດປໍ້າ ຊຶ່ງໄດ້ສ້າງຜົນກະທົບໂດຍກົງໃຫ້ຜູ້ໃຊ້ຍານພາຫະນະ ແລະ ເກີດສຽງວິພາກວິຈານໄປຕ່າງໆນາອັນບໍ່ດີຕໍ່ເຈົ້າຂອງປໍ້າວ່າປິດເພື່ອຫວັງກໍາໄລ, ແຕ່ສາເຫດທີ່ແທ້ຈິງໃນການປິດປໍ້ານັ້ນແມ່ນເກີດຈາກບໍລິສັດນໍາເຂົ້າສະໜອງນໍ້າມັນບໍ່ພຽງພໍກັບຄວາມຕ້ອງການຍ້ອນວ່າມີພຽງ 4 ຈາກ 13 ບໍລິສັດເທົ່ານັ້ນທີ່ຍັງມີຄວາມສາມາດນໍາເຂົ້ານໍ້າມັນເຊື້ອໄຟ.

ແຂວງສະຫວັນນະເຂດເປັນແຂວງໜຶ່ງທີ່ມີປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟຈໍານວນຫຼາຍໄດ້ປິດປໍ້າ ຊຶ່ງກ່ຽວກັບເລື່ອງນີ້ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກອຸດສາຫະກຳ ແລະການ ຄ້າແຂວງສະຫວັນນະເຂດ ໄດ້ອອກມາຊີ້ແຈງເມື່ອມໍ່ໆມານີ້ວ່າ: ລາຄາ ນ້ຳມັນເຊື້ອໄຟໄດ້ເໜັງຕີງ ຂຶ້ນຢ່າງ ຕໍ່ເນື່ອງ ໂດຍສະເພາະໃນຕົ້ນປີ 2022 ໄດ້ປັບຂຶ້ນ-ລົງລາຄານ້ຳມັນເຖິງ 11 ຄັ້ງ. ສາເຫດທີ່ເຮັດໃຫ້ລາຄາ ນ້ຳມັນເຊື້ອໄຟສູງຂຶ້ນ ເກີດຈາກ ຄວາມຂັດແຍ່ງລະຫວ່າງບັນດາ ປະເທດ ທີ່ຜະລິດນ້ຳມັນອອກຮັບໃຊ້ໃນໂລກ ເຮັດໃຫ້ປະເທດທີ່ນຳ ເຂົ້ານ້ຳມັນ ລວມທັງປະເທດລາວ ພວກເຮົາ ໄດ້ຮັບຜົນກະທົບ, ບວກ ກັບການນຳເຂົ້າສິນຄ້າຈາກຕ່າງ ປະເທດມີຈຳນວນຫຼາຍຂຶ້ນສົ່ງ ຜົນໃຫ້ມີຄວາມຕ້ອງການເງິນຕາ ຕ່າງປະເທດເປັນຈຳນວນຫຼາຍ ໃນການຊຳລະສະສາງ, ເມື່ອເງິນ ຕາມີຄວາມຕ້ອງການສູງກໍ່ຈະ ແຂງຄ່າຂຶ້ນສົ່ງຜົນໃຫ້ເງິນກີບ ອ່ອນຄ່າລົງ, ຊຶ່ງແຫຼ່ງເງິນຕາຕ່າງ ປະເທດ (ໂດລາ) ທີ່ສະໜອງໃຫ້ ແກ່ພາກທຸລະກິດໃນການຊື້ນ້ຳມັນ ເຂົ້າມາຈຳໜ່າຍບໍ່ທ່ວງທັນກັບ ຄວາມຕ້ອງການ ເຊິ່ງທົ່ວປະເທດ ມີບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອ ໄຟຈຳນວນທັງໝົດ 13 ບໍລິສັດ ແຕ່ປະຈຸບັນມີພຽງ 4 ບໍລິສັດ ທີ່ສາມາດນຳເຂົ້ານ້ຳມັນໄດ້ຈຶ່ງມີ ຜົນກະທົບຕໍ່ການນຳເຂົ້ານ້ຳມັນ ເຊື້ອໄຟບໍ່ພຽງພໍກັບຄວາມຕ້ອງ ການຂອງສັງຄົມ, ການນຳເຂົ້ານ້ຳ ມັນມີຈຳນວນຫຼຸດລົງແຕ່ຄວາມ ຕ້ອງການຊົມໃຊ້ສູງຂຶ້ນ. ບັນຫາ ທີ່ກ່າວມາທັງໝົດນີ້, ລ້ວນແລ້ວ ແຕ່ເປັນສາເຫດທີ່ພາໃຫ້ການນຳ ເຂົ້ານ້ຳມັນມາຈຳໜ່າຍພາຍໃນ ໂດຍສະເພາະແມ່ນນ້ຳມັນແອັດ ຊັງບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ປ້ຳນ້ຳມັນຫຼາຍປ້ຳຂາດ ນ້ຳມັນ. ນອກນີ້, ກໍ່ຍັງມີຜູ້ທີ່ ສວຍໂອກາດຊື້ນ້ຳມັນແອັດຊັງ ມາຮ່າຍໃສ່ກະຕຸກຂາຍຕາມແຄມ ທາງ ແລະມີລາຄາສູງກວ່າໃນປ້ຳ ທີ່ເປັນການເອົາລັດເອົາປຽບຜູ້ຊົມໃຊ້. ຕໍ່ກັບບັນຫານີ້, ທາງພະແນກ ພວກເຮົາກໍ່ໄດ້ແຕ່ງເຈົ້າໜ້າທີ່ ກວດກາການຄ້າລົງເຮັດວຽກ ໃນແຕ່ລະເມືອງ ຖ້າພົບເຫັນຈະໄດ້ປັບໃໝຕາມລະບຽບການ ຈາກນີ້, ກໍ່ຂໍຮຽກຮ້ອງການນຳພັກ-ລັດ ທຸກຂັ້ນ ຄວນມີມາດຕະການສຸກ ເສີນໃນການຫຼຸດຜ່ອນພາສີ, ອາ ກອນລົງ ເພື່ອເຮັດໃຫ້ບໍລິສັດນຳ ເຂົ້າສາມາດນຳເຂົ້ານ້ຳມັນໄດ້ ຫຼາຍຂຶ້ນ ນອກນີ້ກໍ່ຮຽກຮ້ອງພາກ ລັດ, ເອກະຊົນ ແລະຜູ້ຊົມໃຊ້ ຊ່ວຍ ກັນປະຢັດມັດທະຍັດບໍ່່ໃຊ້ຟຸມ ເຟືອຍ ໂດຍສະເພາະໃນຍຸກເຂົ້າ ຍາກໝາກແພງຄືແບບນີ້.

ຂ່າວແຈ້ງຕື່ມວ່າ: ທ່ານ ປະດິດສິນ ຣາຊະມົນຕຣີ ຫົວໜ້າສາ ຂາລັດວິສາຫະກິດນ້ຳມັນເຊື້ອ ໄຟລາວສາຂາສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ການ ນຳເຂົ້ານ້ຳມັນເຊື້ອໄຟໃນຕົ້ນປີ 2022 ແມ່ນໄດ້ຫຼຸດລົງໃນແຕ່ລະ ເດືອນ, ໃນນີ້ໃນໄລຍະຊ່ວງເດືອນມີນາ ຫຼຸດລົງຈາກເດືອນກຸມພາ 18% ແລະ ໃນເດືອນເມສາຫຼຸດລົງຈາກ ເດືອນມີນາເຖິງ 24%.

ຂໍ້ມູນ: ສະຫວັນພັດທະນາຂ່າວ

Related Articles

Leave a Reply