ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈໃນຮູບແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ໂດຍໄດ້ມີພິທີລົງນາມດັ່ງກ່າວເມື່ອວັນທີ 26 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ຕາງໜ້າກະຊວງ ຖວທ ລົງນາມໂດຍທ່ານສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີ ຖວທ ພ້ອມດ້ວຍ ທ່ານ ສິນເສິນ ທີ່ປຶກສາ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ປະສານງານໂຄງການ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ການລົງນາມບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ລະຫວ່າງ ລາວ-ຈີນຄັ້ງນີ້ ເປັນຂໍ້ລິເລີ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ມີຈຸດປະສົງຮ່ວມມືກັບຝ່າຍ ລາວ ກໍ່ຄືກະຊວງ ຖວທ ເພື່ອເອົາບັນດາປື້ມເກົ່າແກ່ ແລະ ມີສື່ສຽງ ຂອງລາວ ແລະ ຈີນ ຫຼາຍກວ່າ 50 ຫົວເລື່ອງ ນຳມາແປເປັນພາສາຂອງຝ່າຍໃດຝ່າຍໜຶ່ງ ໃນໄລຍະເວລາ 5 ປີ.
ຄຽງຄູ່ກັນນັ້ນ, ຂໍ້ລິເລີ່ມຮ່ວມມືດັ່ງກ່າວ ກໍເປັນໜຶ່ງ ກິດຈະກໍາ ທີ່ນອນຢູ່ໃນ 15 ກິດຈະກຳຂອງກະຊວງ ຖວທ ເພື່ອປະກອບສ່ວນສະເຫຼີມ ສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ (25 ເມສາ 1961-25 ເມສາ 2021) ທີ່ຝ່າຍ ລາວ ຈະໄດ້ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ຝ່າຍ ຈີນ.
ແຕ່ຍ້ອນອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ນີ້, ເຮັດໃຫ້ການໄປມາ ຫາສູ່ ເຊິ່ງກັນ ແລະ ກັນ ມີຄວາມຫຍຸ້ງຍາກ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມເກີດຂື້ນຢູ່ໃນນະຄອນຫຼວງວຽງຈັນ ໃນຂະນະນີ້ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດພິທີລົງນາມດັ່ງກ່າວ ດຳເນີນໄປໂດຍພາຍໃຕ້ການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ- 19. ໂດຍສະເພາະການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈຶ່ງດຳເນີນໄປຢ່າງກະທັດຮັດ ແຕ່ຮັດກຸມຮອບດ້ານ.
ໃນປະຈຸບັນ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງປຶ້ມ, ນະວະນິຍາຍ ທີ່ບັນດານັກປະພັນຢູ່ ສປປ ລາວໄດ້ຮຽບຮຽງໄວ້ ໃຫ້ມີລັກສະນະຊາດ, ກ້າວໜ້າມະຫາຊົນ ແລະ ທັນສະໄໝ ແລະ ຄົງຄຸນຄ່າຫຼາຍຂຶ້ນກວ່າເກົ່າ ຊຶ່ງມັນຈະກາຍເປັນແຮງຈຸງໃຈ ໃຫ້ຜູ້ທີ່ມັກຮັກໃນການອ່ານທັງ ສປປລາວ ແລະ ສປ ຈີນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຊຶ່ງກັນ ແລະ ກັນຫຼາຍຂຶ້ນກວ່າເກົ່າ.