Vientiane Times Lao
ກຸ່ມຜະລິດກະສິກຳເປັນສິນຄ້າ 3 ເມືອງເປົ້າໝາຍແຂວງບໍລິຄໍາໄຊໄດ້ຮັບ ເຄື່ອງກົນຈັກຮັບໃຊ້ການຜະລິດ

ກຸ່ມຜະລິດກະສິກຳເປັນສິນຄ້າ 3 ເມືອງເປົ້າໝາຍແຂວງບໍລິຄໍາໄຊໄດ້ຮັບ ເຄື່ອງກົນຈັກຮັບໃຊ້ການຜະລິດ

ອໍານາດການປົກຄອງ ແຂວງບໍລິຄໍາໄຊ ໄດ້ມອບເຄື່ອງກົນຈັກໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ທີ່ນອນຢູ່ໃນ 3 ເມືອງເປົ້າໝາຍ  ຂອງແຂວງ ຊຶ່ງປະກອບມີລົດໄຖນາຍີ່ຫໍ້ ຄູໂບຕ່າ ຈຳນວນ 8 ຄັນ, ລົດດໍານາ 1 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ ລວມມູນຄ່າທັງໝົດ 160.000 ໂດລາສະຫະລັດ ພາຍໃຕ້ໂຄງການຮ່ວມມື ລະຫວ່າງລັດຖະບານລາວ  ແລະ ທະນາຄານໂລກ ຕາມແຜນຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າລະດັບຊາດ, ໂຄງການເງິນກູ້ຢືມຈາກທະນາຄານໂລກ ແລະ ໂຄງການຜະລິດກຳສິກຳເປັນສິນຄ້າຢູ່ ສປປ ລາວ ໂດຍມີ ພິທີມອບ-ຮັບເມື່ຶອບໍ່ດົນມານີ້ ທີ່ແຂວງ ບໍລິຄໍາໄຊ ຊຶ່ງຕາງໜ້າອົງການປົກຄອງ ແຂວງ ກ່າວມອບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄໍາໄຊ ແລະ ຕາງໜ້າກຸ່ມຜະລິດກະສິກຳເປັນສິນຄ້າ ກ່າວຮັບໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.
3 ເມືອງເປົ້າໝາຍດັ່ງກ່າວປະກອບມິ: ເມືອງປາກຊັນມີ 7 ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດໄຖນາ 6 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ, ເມືອງ ທ່າພະບາດ ມີ 3 ກຸ່ມຄື: ກຸ່ມຜະລິດແນວພັນເຂົ້າ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າໄດ້ຮັບລົດໄຖນາ 2 ຄັນ ແລະ ເມືອງບໍລິຄັນ ມີກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດດຳນາ ຈຳນວນ 1 ຄັນ.

ຂ່າວ: ວຽງສະຫວັນ

Related Articles

Leave a Reply