ບໍລິສັດ ຟູຈິວະຣະ ແລະ ບໍລິສັດ ດາວເຮືອງ ຊຶ່ງທັງສອງບໍລິສັດເປັນຜູ້ສໍາປະທານ ສວນເຈົ້າອະນຸວົງ ໄດ້ຂຶ້ນແຜນພັດທະນາສວນເຈົ້າອະນຸວົງ ເພື່ອໃຫ້ມີຄວາມສວຍງາມ ແລະ ເປັນໃບໜ້າໃໝ່ ໃຫ້ນະຄອນຫຼວງວຽງຈັນ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ການພັດທະນາປະກອບມີ ພັດທະນາຮົ້ວສີຂຽວໃຫ້ມາເປັນສວນດອກໄມ້ ຫຼື ກຳແພງວຽງຈັນເກົ່າ, ພັດທະນາສວນຫຼິ້ນເດັກນ້ອຍ ເຄື່ອງອອກກຳລັງກາຍ, ປັບປຸງ ສວນດອກໄມ້ໃຫ້ມີບ່ອນນັ່ງຫຼິ້ນ ດື່ມກາເຟ, ອາຫານເບົາ ແລະ ປັບປຸງ ຫ້ອງນ້ຳໃຫ້ໄດ້ມາດຕະຖານ. ນອກນັ້ນຍັງຈະພັດທະນາຕອນດິນພັກລຸ່ມແຄມຂອງ ເຊິ່ງເອີ້ນວ່າ ສະຖານທີ່ທ່ອງທ່ຽວນາຄາຣາຊ ຊີຕີ້ ເຊິ່ງອອກແບບສະຖາປັດຕະຍາກຳລາວລວມສະໄໝປະກອບມີ ເຂດວາງສະແດງສິນຄ້າຜະລິດຕະພັນລາວ, ຫັດຖະກໍາ ຈາກຕ່າງປະເທດຈຳນວນໜຶ່ງ, ມີນ້ຳພຸ, ຫ້ອງນ້ຳສະອາດ, ສວນດອກໄມ້, ບ່ອນນັ່ງພັກຜ່ອນ ແລະ ອື່ນໆ ເຮັດໃຫ້ເຂດດັ່ງກ່າວ ມີຄວາມສວຍງາມສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດນັບມື້ຫຼາຍຂຶ້ນໂດຍນໍາໃຊ້ງົບປະມານຂອງຜູ້ສຳປະທານມາພັດທະນາ.
ນອກຈາກນີ້ ກໍ່ຈະໄດ້ພັດທະນາພັກລຸ່ມກັນຕາຝັ່ງເຈື່ອນດ້ານເທິງ ແຕ່ຜາມໄຊ ຫາຕຶກຫ້ອງການຂອງອົງການແມ່ນ້ຳຂອງ ເພື່ອໃຫ້ເກາະກ່າຍກັນກັບແຜນພັດທະນາພັກລຸ່ມກັນຕາຝັ່ງເຈື່ອນຂອງນາຄາຣາຊ ຊີຕີ້ ເຊິ່ງໄດ້ມີການອອກແບບທີ່ມີຄວາມແຕກຕ່າງກັນ ໂດຍເນັ້ນໃຫ້ເປັນຮ້ານກາເຟ ຮ້ານອາຫານ ຂາຍຜະລິດຕະພັນສົ່ງເສີມການຜະລິດພາຍໃນ ສ້າງເປັນບ່ອນຈັດກິດຈະກຳ ເທດສະການຕ່າງໆ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: laolanexang