Vientiane Times Lao
ຄຳມ່ວນ ປຶກສາຫາລື ໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດໄລຍະ II

ຄຳມ່ວນ ປຶກສາຫາລື ໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດໄລຍະ II

ອໍານາດການປົກຄອງແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ແຜນກິດຈະກຳໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດແຂວງຄຳມ່ວນ ໄລຍະ II ເມື່ອບໍ່ດົນມານີ້ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ (ຖວທ ແຂວງ), ໂດຍການເປັນປະທານຂອງ ທ່ານ ປ.ອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ທັງເປັນປະທານຄະນະຊີ້ນຳໂຄງການຂັ້ນແຂວງ, ມີ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍການນໍາເມືອງໃນເຂດຂອງໂຄງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການພັດທະນາທ່ອງທ່ຽວແບບອະນຸລັກທຳມະຊາດໄລຍະ II ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງຄູນຄຳ ແລະ ເມືອງນາກາຍ ໃນເຂດທ່ອງທ່ຽວຖ້ຳກອງລໍ-ນາຕານ ຊຶ່ງໄລຍະເວລາຂອງໂຄງການແມ່ນຮອດເດືອນທັນວາ 2022 ລວມມູນຄ່າຂອງໂຄງການປະມານ 587.230 ເອີໂຣ ໂດຍແມ່ນອົງການຝຣັ່ງ ເພື່ອການພັດທະນາ ຫຼື (AFD) ເປັນຜູ້ໃຫ້ທຶນ.

ສໍາລັບ ກອງປະຊຸມຄັ້ງນີ້ ເນັ້ນໃສ່ປຶກສາຫາລືແຜນກິດຈະກຳທີ່ຈະຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ 2021 ມີຄື: ການສ້າງແຜນຄຸ້ມຄອງການອະນຸລັກ ແລະ ສົ່ງເສີມມໍລະດົກທຳມະຊາດຮ່ວມກັນ ໂດຍໃຫ້ເຊື່ອມໂຍງກັບແຜນຄູ້ມຄອງປ່າສະຫງວນແຫ່ງຊາດ, ປູກຈີດສຳນຶກ ແລະ ຈັດຝຶກອົບຮົມໃຫ້ກັບຄູ່ຮ່ວມງານຂັ້ນທ້ອງຖິ່ນ ເພື່ອໃຫ້ປະຊາຊົນຊາວຊົນນະບົດມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເຈົ້າການໃນການຈັດຕັ້ງກັນ ຮັບຜິດຊອບໃນການພັດທະນາວຽກງານການທ່ອງທ່ຽວແບບອະນຸລັກໃນທ້ອງຖິ່ນຂອງເຂົາເຈົ້າ, ປັບປຸງເສັ້ນທາງຍ່າງໃນຖໍ້າກອງລໍ-ນາຕານ, ສົ່ງເສີມຜູ້ປະ ກອບການລາຍຍ່ອຍຢູ່ໃນລະດັບທ້ອງຖິ່ນໃນການສ້າງວຽກເຮັດງານທຳ ແລະ ໃນເສັ້ນທາງວົງແຫວນຂອງການທ່ອງທ່ຽ ວແບບອະນຸລັກ.

ຂ່າວ: ແຂວງ ຄຳມ່ວນ

Related Articles

Leave a Reply