Vientiane Times Lao
ຄ່າບໍລິການໂດຍສານລົດເມຈະຍັງບໍ່ມີການປ່ຽນແປງເຖິງວ່າລາຄານ້ຳມັນຈະສູງຂຶ້ນ

ຄ່າບໍລິການໂດຍສານລົດເມຈະຍັງບໍ່ມີການປ່ຽນແປງເຖິງວ່າລາຄານ້ຳມັນຈະສູງຂຶ້ນ

ຄ່າບໍລິການລົດເມສາຍຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແມ່ນຈະຍັງບໍ່ມີການປ່ຽນແປງ ເຖິງວ່າລາຄານ້ຳມັນຈະມີການປັບຂຶ້ນ ຢ່າງຕໍ່ເນື່ອງ.
ທ່ານ ທະນົງສີ ເດດວົງສອນ ຫົວໜ້າຂະແໜງແຜນການ ແລະ ການຂົນສົ່ງ ຂອງລັດວິສາຫະກິດ ລົດເມນະຄອນຫຼວງ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ:  ບໍລິສັດຈະພະຍາຍາມຮັກສາລາຄາປີ້ ຫຼື ຄ່າບໍລິການລົດເມໂດຍສານ ບໍ່ໃຫ້ມີການປ່ຽນແປງ ເຖິງແມ່ນວ່າຕົ້ນທຶນຂອງບໍລິສັດຈະສູງຂຶ້ນກໍ່ຕາມ ເຊິ່ງການເພີ່ມຂຶ້ນຂອງລາຄານ້ຳມັນໄດ້ສົ່ງຜົນກະທົບຕໍ່ບໍລິສັດຫຼາຍສົມຄວນເພາະລາຄານ້ຳມັນແມ່ນກວມເອົາຫຼາຍກວ່າ 55% ຂອງລາຍຈ່າຍໃນບໍລິສັດ.
ທ່ານທະນົງສີ ໄດ້ກ່າວຕື່ມວ່າ: ມັນເປັນການຍາກໃນໄລຍະນີ້ທີ່ຈະຂຶ້ນລາຄາ ເພາະທາງບໍລິສັດກໍ່ເຂົ້າໃຈດີ ເຖິງຜົນກະທົບຕໍ່ຜູ້ໂດຍສານ ໃນໄລຍະເວລາທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສະເພາະ ຈຳນວນຜູ້ໂດຍສານໃນປະຈຸບັນແມ່ນຫຼຸດລົງເກືອບ 20% ເມື່ອທຽບໃສ່ປີຜ່ານມາ ຍ້ອນນັກທ່ອງທ່ຽວບໍ່ສາມາດເຂົ້າມາໃນລາວດ້. 

ຂ່າວ:ໜິງ

ພາບ: ລັດວິສາຫະກິດລົດເມນະຄອນຫຼວງ

Related Articles

Leave a Reply