ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ລັດມີແຜນຈະກວດກາເລື່ອງ ຄວາມ ປອດໄພຂອງເຂື່ອນໄຟຟ້າຕ່າງໆໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ພົບວ່າໃນໄລຍະທີ່ຜ່ານມາໄດ້ມີເຂື່ອນໄຟຟ້າຈໍານວນໜຶ່ງໄດ້ແຕກ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນ ຈໍານວນຫຼາຍ.
ທ່ານບົວເທບ ມາໄລຄໍາ, ຫົວໜ້າ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານແລະ ບໍ່ແຮ່ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ໃນອີກສອງສາມປີຂ້າງໜ້າ ຈະເລີ່ມມີການກວດ ກາຄວາມປອດໄພຕ່າງຂອງເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ຊຶ່ງມີ 78 ແຫ່ງ ໃນປັດຈຸບັນ ໂດຍມີກຳລັງຕິດຕັ້ງທັງ ໝົດ 9.972MW.
ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ຕື່ມອີກວ່າ: ເຂື່ອນທີ່ມີຢູ່ແລ້ວທີ່ກຳລັງຈະຖືກກວດກາ ແລະ ມີຫລາຍແຫ່ງທີ່ກຳລັງກໍ່ ສ້າງພາຍໃຕ້ການຊີ້ນຳຂອງຊ່ຽວຊານສາກົນ, ເຊິ່ງໄດ້ເຮັດໃຫ້ປະເທດ ລາວມີສະມາຊິກໃນຄະນະ ກຳມາທິການສາກົນກ່ຽວກັບ ເຂື່ອນໄຟຟ້າ ຂະໜາດໃຫຍ່. ສປປ ລາວມີເປົ້າໝາຍໃນການສ້າງເຂື່ອນໄຟຟ້າໃຫ້ໄດ້ 100 ແຫ່ງ ຮອດປີ 2030.
ການສົ່ງອອກກະແສໄຟຟ້າແມ່ນລາຍໄດ້ຕົ້ນຕໍຂອງປະເທດລາວ ໂດຍສົ່ງອອກ ໄປໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ.
ຂ່າວ: ວຽງຈັນທາຍ