ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ຮ່ວມກັບ ກົມສື່ມວນຊົນ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບການຂຽນຂ່າວ ແລະ ຜະລິດຂ່າວ ສຳລັບວິທະຍຸ ແລະ ໂທລະໂຄ່ງ, ຂ່າວໜັງສືພິມ ແລະ ສື່ສັງຄົມອອນລາຍ ໃຫ້ແກ່ສື່ມວນຊົນ ທົ່ວແຂວງໄຊສົມບູນ, ພາຍໃຕ້ຫົວຂໍ້ “ການປ້ອງກັນພະຍາດ ໂຄວິດ-19 ແລະ ການກັບສູ່ໂຮງຮຽນຢ່າງປອດໄພ”.
ການຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນທັງໝົດ 40 ຄົນ ມາຈາກຫ້ອງການຖະແຫຼງຂ່າວ ຂອງ 5 ເມືອງ ແລະ ພະແນກການອ້ອມຂ້າງແຂວງໄຊສົມບູນເຂົ້າຮ່ວມ, ຊຶ່ງນອກຈາກໄດ້ຮຽນຮູ້ກ່ຽວພາກທິດສະດີຂຽນຂ່າວແລ້ວ ຍັງໄດ້ລົງປະຕິບັດຕົວຈິງໄປພ້ອມໆກັນ ເປັນຕົ້ນແມ່ນ ການສໍາພາດຂ່າວໃນຫົວຂໍ້ຕ່າງໆ ອັນໄດ້ເຮັດໃຫ້ ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຫຼັກການ, ວິທີການຊອກຫາຂໍ້ມູນ ເພື່ອນຳມາຂຽນຂ່າວ ສຳລັບວິທະຍຸ ແລະ ໂທລະໂຄງ, ຂຽນຂ່າວ ສໍາລັບໜັງສືພິມ ແລະ ຂ່າວອອນລາຍ, ໂດຍມີວິທະຍາກອນມາຈາກກົມສື່ມວນຊົນ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຜູ້ສິດສອນຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້.
ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ດຳເນີນໄປເປັນເວລາ 4 ວັນ, ເລີ່ມແຕ່ວັນທີ 26 ຫາ 29 ຕຸລາ ທີ່ ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການຢູນິເຊັບ.
ຂ່າວ: ພຸດທະສອນ ເວດສະວົງ